Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:9 - ພຣະຄຳພີສັກສິ

9 ຖ້າ​ເຮົາ​ທັງຫລາຍ​ຮັບ​ພະຍານ​ຫຼັກຖານ​ຂອງ​ມະນຸດ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ​ກໍ​ໃຫຍ່​ກວ່າ, ເພາະວ່າ​ນີ້​ແຫຼະ ພະຍານ​ຫຼັກຖານ​ຂອງ​ພຣະເຈົ້າ ຄື​ພຣະອົງ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພວກເຮົາ​ຮັບ​ຄຳພະຍານ​ຂອງ​ມະນຸດ, ແຕ່​ຄຳພະຍານ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພາະວ່າ​ເປັນ​ຄຳພະຍານ​ຂອງ​ພຣະເຈົ້າ, ເຊິ່ງ​ພຣະອົງ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:9
13 Jak'a apnaqawi uñst'ayäwi  

ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”


ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,


ເພາະວ່າ ພຣະອົງ​ໄດ້​ຊົງ​ກຳນົດ​ວັນ​ໜຶ່ງ​ໄວ້ ຊຶ່ງ​ໃນ​ວັນ​ນັ້ນ ພຣະອົງ​ຈະ​ຊົງ​ພິພາກສາ​ໂລກ​ຕາມ​ຄວາມ​ຍຸດຕິທຳ ໂດຍ​ມະນຸດ​ຜູ້ໜຶ່ງ ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງປວງ​ມີ​ຄວາມ​ແນ່ໃຈ​ໃນ​ເລື່ອງ​ນີ້ ໂດຍ​ຊົງ​ບັນດານ​ໃຫ້​ມະນຸດ​ຜູ້ນັ້ນ​ເປັນ​ຄືນ​ມາ​ຈາກ​ຕາຍ.”


ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ພະຍານ​ເຖິງ​ເລື່ອງ​ເຫຼົ່ານີ້ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ໃຫ້​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ​ນັ້ນ ກໍ​ຊົງ​ເປັນ​ພະຍານ​ເໝືອນກັນ.”


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.


ຄື: ພຣະວິນຍານ ນໍ້າ ແລະ​ພຣະ​ໂລຫິດ ແລະ​ພະຍານ​ທັງ​ສາມ​ນີ້​ກໍ​ສອດຄ່ອງ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka