Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:3 - ພຣະຄຳພີສັກສິ

3 ເພາະ​ນີ້​ແຫຼະ ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ ຄື​ໃຫ້​ເຮົາ​ທັງຫລາຍ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ ແລະ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຕາມ​ຄວາມເປັນຈິງ​ແລ້ວ, ນີ້​ເປັນ​ຄວາມຮັກ​ຕໍ່​ພຣະເຈົ້າ​ຄື: ການ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ. ແລະ ຄຳສັ່ງ​ຂອງ​ພຣະອົງ​ກໍ​ບໍ່​ເປັນ​ພາລະໜັກ,

Uka jalj uñjjattʼäta Copia luraña




1 ໂຢຮັນ 5:3
26 Jak'a apnaqawi uñst'ayäwi  

ເພິ່ນ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ເຊື່ອຟັງ​ພຣະອົງ​ສະເໝີ ແລະ​ຖື​ຮັກສາ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ​ນັ້ນ​ຢ່າງ​ລະມັດ​ລະວັງ.


ຄຳສັນຍາ​ຂອງ​ພຣະອົງ​ນັ້ນ​ຄັກແນ່​ແທ້ ຂ້ານ້ອຍ​ຮັກ​ພຣະສັນຍາ​ຫລາຍ​ທີ່ສຸດ.


ຂ້ານ້ອຍ​ຈະ​ໃຊ້​ຊີວິດ​ໃນ​ເສລີພາບ​ຢ່າງ​ຄົບເຕັມ ເພາະ​ຂ້ານ້ອຍ​ພະຍາຍາມ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ແຕ່​ເຮົາ​ສຳແດງ​ຄວາມຮັກ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຖື​ຮັກສາ​ບັນຍັດ​ທັງຫລາຍ​ຂອງເຮົາ ຫລາຍ​ພັນ​ເຊັ່ນຄົນ.


ທາງ​ຂອງ​ປັນຍາ​ເປັນ​ທາງ​ຂອງ​ຄວາມ​ລາບລື້ນ ວິຖີ​ທາງ​ທັງສິ້ນ​ຂອງ​ປັນຍາ​ຄື​ສັນຕິສຸກ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ​ສາລະພາບ​ການບາບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຍິ່ງໃຫຍ່​ສູງສຸດ ແລະ​ພຣະເຈົ້າ​ທີ່​ໜ້າ​ຢຳເກງ​ຢ້ານກົວ. ພຣະອົງ​ເຮັດ​ຕາມ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັກ​ພຣະອົງ ແລະ​ຕໍ່​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ພວກເຂົາ​ມັດ​ຂອງ​ໜັກ​ມາ​ວາງ​ເທິງ​ບ່າ​ຂອງ​ປະຊາຊົນ, ສ່ວນ​ພວກເຂົາ​ແລ້ວ ແມ່ນແຕ່​ນິ້ວກ້ອຍ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ.


“ຖ້າ​ພວກເຈົ້າ​ຮັກ​ເຮົາ ພວກເຈົ້າ​ກໍ​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະບິດາເຈົ້າ ແລະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.”


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ​ສະຫາຍ​ຂອງເຮົາ.


ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ສິ່ງ​ສັກສິດ​ໃນ​ຕົວ ແລະ​ຂໍ້​ບັນຍັດ​ກໍ​ສັກສິດ, ຍຸດຕິທຳ ແລະ​ດີ​ງາມ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ແຕ່​ເຮົາ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ຮັກ​ເຮົາ ແລະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ເຖິງ​ຫລາຍ​ພັນ​ຊົ່ວ​ເຊັ່ນ​ຄົນ.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ ແລະ​ພຣະອົງ​ຊົງ​ສັດຊື່ ພຣະອົງ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ເຖິງ​ພັນ​ຊົ່ວ​ເຊັ່ນຄົນ ແກ່​ພວກ​ທີ່​ຮັກ​ພຣະອົງ​ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ອີກ​ວ່າ, ‘ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ສັນຍາ​ໄວ້​ກັບ​ ຍາດ​ວົງ​ອິດສະຣາເອນ ພາຍຫລັງ​ສະໄໝ​ນັ້ນ ຄື​ເຮົາ​ຈະ​ບັນຈຸ​ກົດບັນຍັດ​ຂອງເຮົາ ໄວ້​ໃນ​ໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຝ່າຍ​ພວກເຂົາ​ຈະ​ເປັນ ພົນລະເມືອງ​ຂອງເຮົາ.


ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ແລະ​ຄວາມຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ ຄື​ໃຫ້​ພວກເຮົາ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ເປັນ​ກົດບັນຍັດ​ທີ່​ພວກເຈົ້າ​ເຄີຍ​ໄດ້​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ​ນັ້ນ ເພື່ອ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ປະຕິບັດ​ຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka