Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 5:21 - ພຣະຄຳພີສັກສິ

21 ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ຈົ່ງ​ລະວັງ​ຮັກສາ​ຕົນ​ຈາກ​ບັນດາ​ຮູບເຄົາຣົບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ຮູບເຄົາລົບ.

Uka jalj uñjjattʼäta Copia luraña




1 ໂຢຮັນ 5:21
10 Jak'a apnaqawi uñst'ayäwi  

ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]


ເພາະສະນັ້ນ ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເວັ້ນ​ຈາກ​ການ​ຂາບໄຫວ້​ຮູບເຄົາຣົບ​ທັງ​ສິ້ນ.


ຢ່າ​ກາຍເປັນ​ຄົນ​ຂາບໄຫວ້​ຮູບເຄົາຣົບ ເໝືອນ​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຂາບໄຫວ້ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ປະຊາຊົນ​ໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ແລ້ວ​ກໍ​ລຸກ​ຂຶ້ນ​ເຕັ້ນລຳ.”


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ​ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.


ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”


ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka