8 ຜູ້ໃດທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະພຣະເຈົ້າຊົງເປັນຄວາມຮັກ.
8 ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າເພາະພຣະເຈົ້າເປັນຄວາມຮັກ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຊົງພຣະເມດຕາ ແລະຊົງພຣະຄຸນ ບໍ່ຮ້າຍງ່າຍ ແລະມີຄວາມຮັກອັນໝັ້ນຄົງ ແລະສັດຊື່ຢູ່ສະເໝີ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງດີຕໍ່ພວກຂ້ານ້ອຍແທ້ໆ ທັງຍົກໂທດໃຫ້ອະໄພແກ່ຂ້ານ້ອຍດ້ວຍ. ຊົງເຕັມໄປດ້ວຍຄວາມຮັກອັນໝັ້ນຄົງ ຕໍ່ທຸກຄົນທີ່ພາວັນນາອະທິຖານຫາພຣະອົງນັ້ນ.
ໃນສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ ເຮົາຂໍລາພວກເຈົ້າກ່ອນ ຈົ່ງປັບປຸງໃຫ້ຕົວຈະເລີນຂຶ້ນ ຈົ່ງຟັງຄຳຮ້ອງຂໍຂອງເຮົາ ຈົ່ງເປັນນໍ້າໜຶ່ງໃຈດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ ແລະພຣະເຈົ້າຜູ້ຊົງຮັກ ແລະຊົງປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ.
ແຕ່ດ້ວຍພຣະກະລຸນາປານີຂອງພຣະເຈົ້າທີ່ອຸດົມສົມບູນຫລາຍ ແລະດ້ວຍຄວາມຮັກຂອງພຣະອົງ ທີ່ມີຕໍ່ພວກເຮົາກໍໃຫຍ່ຫລວງ,
ເພາະພຣະເຈົ້າຂອງເຮົາທັງຫຼາຍ ຊົງເປັນໄຟທີ່ເຜົາຜານ.
ນີ້ແຫລະ ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະປະກາດແກ່ພວກເຈົ້າວ່າ, ພຣະເຈົ້າຊົງເປັນຄວາມສະຫວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ.
ຖ້າຄົນໃດເວົ້າວ່າ, “ຕົນຮູ້ຈັກພຣະອົງ” ແຕ່ບໍ່ຖືຮັກສາກົດບັນຍັດຂອງພຣະອົງ ຄົນນັ້ນກໍເວົ້າຕົວະ ແລະຄວາມຈິງກໍບໍ່ມີຢູ່ໃນລາວ.
ຜູ້ໃດທີ່ເວົ້າວ່າ ຕົນຢູ່ໃນຄວາມສະຫວ່າງ ແຕ່ຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມມືດຈົນເຖິງດຽວນີ້.
ດັ່ງນັ້ນ ຈຶ່ງເຫັນໄດ້ວ່າຜູ້ໃດເປັນລູກຂອງພຣະເຈົ້າ ແລະຜູ້ໃດເປັນລູກຂອງມານຮ້າຍ ຄືຜູ້ໃດທີ່ບໍ່ເຮັດຕາມຄວາມທ່ຽງທຳ ຫລືບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ແມ່ນລູກຂອງພຣະເຈົ້າ.
ດັ່ງນັ້ນ ຜູ້ໃດທີ່ຕັ້ງໝັ້ນຢູ່ໃນພຣະອົງ ຜູ້ນັ້ນກໍບໍ່ເຮັດບາບອີກຕໍ່ໄປ ສ່ວນຜູ້ໃດທີ່ຍັງເຮັດບາບຕາມເຄີຍ ຜູ້ນັ້ນກໍຍັງບໍ່ເຫັນພຣະອົງ ແລະຍັງບໍ່ຮູ້ຈັກພຣະອົງ.
ຝ່າຍເຮົາທັງຫລາຍໄດ້ຮູ້ຈັກ ແລະໄດ້ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ພວກເຮົາ ພຣະເຈົ້າຊົງເປັນຄວາມຮັກ ຜູ້ໃດທີ່ຕັ້ງຢູ່ໃນຄວາມຮັກ ກໍຢູ່ໃນພຣະເຈົ້າ ແລະພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ.
ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ.