Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:3 - ພຣະຄຳພີສັກສິ

3 ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ ວິນຍານ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ. ວິນຍານ​ນັ້ນ​ແຫຼະ ເປັນ​ວິນຍານ​ຂອງ​ຜູ້​ຕໍ່ສູ້​ພຣະຄຣິດ ຊຶ່ງ​ພວກເຈົ້າ​ໄດ້ຍິນ​ວ່າ​ຈະ​ມາ ແລະ​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມຮັບ​ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ. ແຕ່​ເປັນ​ວິນຍານ​ຂອງ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ວ່າ​ຈະ​ມາ ແລະ ແມ່ນແຕ່​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:3
5 Jak'a apnaqawi uñst'ayäwi  

ເພາະ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມຊື່​ຂອງເຮົາ​ໂດຍ​ເວົ້າ​ວ່າ ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ,’ ແລະ ພວກເຂົາ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ເສຍ​ໄປ.


ລູກ​ທັງຫລາຍ​ເອີຍ, ບັດນີ້​ເປັນ​ເວລາ​ສຸດທ້າຍ​ແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງຫລາຍ​ໄດ້ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່ສູ້​ພຣະຄຣິດ​ຈະ​ມີ​ມາ ບັດນີ້​ຜູ້​ຕໍ່ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ. ສະນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ສຸດທ້າຍ.


ແມ່ນ​ຜູ້ໃດ​ເປັນ​ຜູ້​ເວົ້າ​ຕົວະ ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ ພຣະເຢຊູເຈົ້າ​ບໍ່ແມ່ນ​ພຣະຄຣິດ ຜູ້​ທີ່​ປະຕິເສດ​ພຣະບິດາເຈົ້າ​ແລະ​ພຣະບຸດ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ຕໍ່ສູ້​ພຣະຄຣິດ.


ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka