Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:2 - ພຣະຄຳພີສັກສິ

2 ດັ່ງນີ້ແຫລະ ພວກເຈົ້າ​ຈະ​ສາມາດ​ຮູ້​ວ່າ​ເປັນ​ວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ​ໄດ້ ຄື​ທຸກ​ວິນຍານ​ທີ່​ຮັບຮູ້​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ມາ​ຮັບ​ຊາດ​ເປັນ​ມະນຸດ ວິນຍານ​ນັ້ນ​ກໍ​ມາ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ນີ້​ຄື​ວິທີ​ທີ່​ພວກເຈົ້າ​ສາມາດ​ຮັບຮູ້​ພຣະວິນຍານ​ຂອງ​ພຣະເຈົ້າ​ຄື: ທຸກ​ວິນຍານ​ທີ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ​ກໍ​ມາ​ຈາກ​ພຣະເຈົ້າ,

Uka jalj uñjjattʼäta Copia luraña




1 ໂຢຮັນ 4:2
10 Jak'a apnaqawi uñst'ayäwi  

ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ດອກ ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ຈະ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ດ່າ” ແລະ​ບໍ່ມີ​ຜູ້ໃດ​ດອກ​ອາດ​ເວົ້າ​ໄດ້​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ເວັ້ນ​ໄວ້​ແຕ່​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.


ດ້ວຍວ່າ, ຜູ້​ທີ່​ປະຕິເສດ​ພຣະບຸດ ກໍ​ປະຕິເສດ​ພຣະບິດາເຈົ້າ​ເໝືອນກັນ, ຜູ້​ທີ່​ຍອມ​ຮັບ​ພຣະບຸດ ຜູ້ນັ້ນ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ຜູ້ໃດ​ຍອມ​ຮັບ​ວ່າ​ພຣະເຢຊູເຈົ້າ ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ ວິນຍານ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ. ວິນຍານ​ນັ້ນ​ແຫຼະ ເປັນ​ວິນຍານ​ຂອງ​ຜູ້​ຕໍ່ສູ້​ພຣະຄຣິດ ຊຶ່ງ​ພວກເຈົ້າ​ໄດ້ຍິນ​ວ່າ​ຈະ​ມາ ແລະ​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.


ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.


ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka