Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:15 - ພຣະຄຳພີສັກສິ

15 ຜູ້ໃດ​ຍອມ​ຮັບ​ວ່າ​ພຣະເຢຊູເຈົ້າ ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ຖ້າ​ຜູ້ໃດ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ພຣະເຈົ້າ​ກໍ​ດຳລົງ​ຢູ່​ໃນ​ຜູ້​ນັ້ນ ແລະ ພວກເຂົາ​ກໍ​ຢູ່​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:15
15 Jak'a apnaqawi uñst'ayäwi  

“ທຸກຄົນ​ທີ່​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ຮັບ​ຜູ້ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ທຸກຄົນ​ທີ່​ຈະ​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ບຸດ​ມະນຸດ​ກໍ​ຈະ​ຮັບ​ຜູ້​ນັ້ນ ຕໍ່ໜ້າ​ຝູງ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ,


ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ​ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ຜູ້ນັ້ນ.


ຟີລິບ​ຈຶ່ງ​ຕອບ​ວ່າ, “ຖ້າ​ທ່ານ​ເຕັມໃຈ​ເຊື່ອ​ກໍ​ຮັບ​ໄດ້.” ເພິ່ນ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ ພຣະເຢຊູ​ຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”]


ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ.


ເພື່ອ​ທຸກ​ລີ້ນ​ຈະ​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ ອົງພຣະ​ຜູ້​ເປັນເຈົ້າ ອັນ​ເປັນ​ການ​ຖວາຍ​ພຣະ​ກຽດ ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ.


ດ້ວຍວ່າ, ຜູ້​ທີ່​ປະຕິເສດ​ພຣະບຸດ ກໍ​ປະຕິເສດ​ພຣະບິດາເຈົ້າ​ເໝືອນກັນ, ຜູ້​ທີ່​ຍອມ​ຮັບ​ພຣະບຸດ ຜູ້ນັ້ນ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ເຫດສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ ທີ່​ພວກເຈົ້າ​ໄດ້ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ ໄວ້​ໃນ​ຈິດໃຈ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ​ເຫຼົ່ານັ້ນ ພວກເຈົ້າ​ກໍ​ມີ​ຊີວິດ​ໃນ​ພຣະບຸດ ແລະ​ໃນ​ພຣະບິດາເຈົ້າ​ເໝືອນກັນ.


ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ຝ່າຍ​ພຣະເຈົ້າ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະອົງ​ຈັກເທື່ອ. ຖ້າ​ເຮົາ​ທັງຫລາຍ​ຮັກ​ຊຶ່ງກັນແລະກັນ ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ເຮົາ​ທັງຫລາຍ ແລະ​ຄວາມຮັກ​ຂອງ​ພຣະອົງ​ກໍ​ສົມບູນ​ໃນ​ພວກເຮົາ.


ດັ່ງນີ້ແຫລະ ພວກເຈົ້າ​ຈະ​ສາມາດ​ຮູ້​ວ່າ​ເປັນ​ວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ​ໄດ້ ຄື​ທຸກ​ວິນຍານ​ທີ່​ຮັບຮູ້​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ມາ​ຮັບ​ຊາດ​ເປັນ​ມະນຸດ ວິນຍານ​ນັ້ນ​ກໍ​ມາ​ຈາກ​ພຣະເຈົ້າ.


ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.


ຜູ້ໃດ​ໜໍ ທີ່​ໄຊຊະນະ​ຕໍ່​ໂລກ ຖ້າ​ບໍ່ແມ່ນ​ຜູ້​ທີ່​ເຊື່ອ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka