Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:13 - ພຣະຄຳພີສັກສິ

13 ດັ່ງນີ້ແຫລະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ ເພາະ​ພຣະອົງ​ໄດ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຮົາ​ຄື: ພຣະອົງ​ໄດ້​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:13
11 Jak'a apnaqawi uñst'ayäwi  

ພວກເຮົາ​ບໍ່ໄດ້​ຮັບ​ວິນຍານ​ຂອງ​ໂລກນີ້, ແຕ່​ພວກເຮົາ​ໄດ້​ຮັບ​ພຣະວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້​ທຸກສິ່ງ ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ​ນັ້ນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.


ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ແຕ່​ຜູ້ໃດ​ກໍຕາມ ທີ່​ຖື​ຮັກສາ​ພຣະທຳ​ຂອງ​ພຣະອົງ, ຜູ້ນັ້ນ​ແຫຼະ ທີ່​ຮັກ​ພຣະເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ໂດຍ​ແທ້. ດ້ວຍເຫດນີ້ ເຮົາ​ທັງຫລາຍ​ຈຶ່ງ​ຮູ້ຈັກ​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ,


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka