Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:12 - ພຣະຄຳພີສັກສິ

12 ຝ່າຍ​ພຣະເຈົ້າ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະອົງ​ຈັກເທື່ອ. ຖ້າ​ເຮົາ​ທັງຫລາຍ​ຮັກ​ຊຶ່ງກັນແລະກັນ ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ເຮົາ​ທັງຫລາຍ ແລະ​ຄວາມຮັກ​ຂອງ​ພຣະອົງ​ກໍ​ສົມບູນ​ໃນ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:12
14 Jak'a apnaqawi uñst'ayäwi  

ຢາໂຄບ​ເວົ້າ​ວ່າ, “ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ​ຕໍ່ໜ້າຕໍ່ຕາ ແລະ​ຂ້ອຍ​ຍັງ​ບໍ່​ຕາຍ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ “ເປນີເອນ.”


ເຈົ້າ​ຈະ​ບໍ່​ເຫັນ​ໜ້າ​ເຮົາ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ໄດ້​ເຫັນ​ໜ້າ​ເຮົາ​ແລ້ວ​ມີ​ຊີວິດ​ຢູ່.”


ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ແກ່​ລາວ​ຕໍ່ໜ້າ​ຢ່າງ​ຈະແຈ້ງ​ແລະ​ຢ່າງ​ບໍ່ມີ​ບັນຫາ; ລາວ​ໄດ້​ເຫັນ​ແມ່ນແຕ່​ຮູບຮ່າງ​ຂອງ​ພຣະເຈົ້າຢາເວ ເຫດໃດ​ພວກເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່ສູ້​ໂມເຊ ຜູ້ຮັບໃຊ້​ຂອງເຮົາ?”


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ​ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.


ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.


ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ອະມະຕະ ແລະ​ຊົງ​ສະຖິດ​ຢູ່​ໃນ​ຄວາມ​ສະຫວ່າງ ຊຶ່ງ​ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນ​ອົງ​ທີ່​ມະນຸດ​ບໍ່ໄດ້​ເຫັນ​ຈັກເທື່ອ ແລະ​ບໍ່​ສາມາດ​ເຫັນ​ໄດ້ ພຣະ​ກຽດ​ແລະ​ຣິດທານຸພາບ​ອັນ​ຖາວອນ ຈົ່ງ​ມີ​ແກ່​ພຣະອົງ​ນັ້ນ ອາແມນ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


ແຕ່​ຜູ້ໃດ​ກໍຕາມ ທີ່​ຖື​ຮັກສາ​ພຣະທຳ​ຂອງ​ພຣະອົງ, ຜູ້ນັ້ນ​ແຫຼະ ທີ່​ຮັກ​ພຣະເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ໂດຍ​ແທ້. ດ້ວຍເຫດນີ້ ເຮົາ​ທັງຫລາຍ​ຈຶ່ງ​ຮູ້ຈັກ​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ,


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.


ຖ້າ​ຜູ້ໃດ​ເວົ້າ​ວ່າ, “ຂ້າພະເຈົ້າ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ​ຢູ່ ຜູ້ນັ້ນ​ກໍ​ເປັນ​ຄົນ​ຂີ້ຕົວະ. ດ້ວຍວ່າ, ເມື່ອ​ລາວ​ບໍ່​ຮັກ​ພີ່ນ້ອງ​ທີ່​ຕາ​ເຫັນ​ແລ້ວ ຈະ​ສາມາດ​ຮັກ​ພຣະເຈົ້າ​ທີ່​ຕາ​ບໍ່​ເຫັນ​ໄດ້​ຢ່າງ​ໃດ?


ສ່ວນ​ເຮົາ​ທັງຫລາຍ​ເປັນ​ຝ່າຍ​ພຣະເຈົ້າ ຜູ້ໃດ​ທີ່​ຮູ້ຈັກ​ພຣະເຈົ້າ​ກໍ​ຟັງ​ພວກເຮົາ, ຜູ້ໃດ​ທີ່​ບໍ່​ເປັນ​ຝ່າຍ​ພຣະເຈົ້າ ກໍ​ບໍ່​ຟັງ​ພວກເຮົາ. ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ວິນຍານ​ຝ່າຍ​ຄວາມຈິງ ແລະ​ວິນຍານ​ຝ່າຍ​ຄວາມຜິດ​ນັ້ນ​ແຕກຕ່າງ​ກັນ​ຢ່າງ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka