Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:11 - ພຣະຄຳພີສັກສິ

11 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ພຣະເຈົ້າ​ຊົງ​ຮັກ​ພວກເຮົາ​ຢ່າງ​ນັ້ນ​ແລ້ວ ພວກເຮົາ​ຄວນ​ຮັກ​ຊຶ່ງກັນແລະກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພຣະເຈົ້າ​ຮັກ​ພວກເຮົາ​ຢ່າງນັ້ນ​ແລ້ວ, ພວກເຮົາ​ກໍ​ຄວນ​ຮັກ​ເຊິ່ງກັນແລະກັນ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:11
14 Jak'a apnaqawi uñst'ayäwi  

ທຳບັນດິດ​ຄົນ​ນັ້ນ​ຕອບ​ວ່າ, “ແມ່ນ​ຜູ້​ທີ່​ມີ​ໃຈ​ເມດຕາ​ສົງສານ​ຕໍ່​ລາວ.” ພຣະເຢຊູເຈົ້າ​ກ່າວ​ແນະນຳ​ວ່າ, “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ.”


ບັດນີ້ ເຮົາ​ມອບ​ກົດບັນຍັດ​ຂໍ້​ໃໝ່​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ຊຶ່ງກັນແລະກັນ ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ຢ່າງ​ນັ້ນ.


ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.


ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ.


ພວກ​ທີ່ຮັກ​ເອີຍ, ເຮົາ​ບໍ່ໄດ້​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ແຕ່​ເປັນ​ກົດບັນຍັດ​ເກົ່າ ຊຶ່ງ​ເຈົ້າ​ທັງຫລາຍ​ມີ​ຢູ່​ຕັ້ງແຕ່​ເດີມ​ແລ້ວ, ກົດບັນຍັດ​ເກົ່າ​ນັ້ນ ຄື​ພຣະທຳ​ທີ່​ພວກເຈົ້າ​ໄດ້ຍິນ​ມາ​ແລ້ວ.


ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ຟັງ​ມາ​ຕັ້ງແຕ່​ຕອນ​ຕົ້ນ​ນັ້ນ ຄື​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ.


ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເພາະວ່າ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ບັງເກີດ​ມາ​ຈາກ​ພຣະເຈົ້າ ແລະ​ຮູ້ຈັກ​ພຣະເຈົ້າ.


ແຕ່​ບັດນີ້ ທ່ານ​ສຸພາບ​ສະຕຼີ​ທີ່ຮັກ​ເອີຍ, ເຮົາ​ຂໍຮ້ອງ​ເຈົ້າ​ທັງຫຼາຍ ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ນີ້​ບໍ່ແມ່ນ​ກົດບັນຍັດ​ຂໍ້​ໃໝ່​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ, ແຕ່​ເປັນ​ກົດບັນຍັດ​ທີ່​ພວກເຮົາ​ເຄີຍ​ມີ​ມາ​ແລ້ວ​ຕັ້ງແຕ່​ຕົ້ນເດີມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka