Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 4:1 - ພຣະຄຳພີສັກສິ

1 ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ເຊື່ອ​ໝົດ​ທຸກ​ວິນຍານ ແຕ່​ຈົ່ງ​ທົດສອບ​ເບິ່ງ​ວ່າ​ວິນຍານ​ນັ້ນ​ມາ​ຈາກ​ພຣະເຈົ້າ ຫລື ບໍ່, ເພາະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ໄດ້​ອອກໄປ​ໃນ​ໂລກ.

Uka jalj uñjjattʼäta Copia luraña




1 ໂຢຮັນ 4:1
29 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.


ຄົນມີ​ປັນຍາ​ຄິດ​ກ່ອນ​ຈຶ່ງ​ກ້າວ​ອອກ​ໄປ, ແຕ່​ຄົນ​ໂງ່ຈ້າ​ເຊື່ອ​ທຸກສິ່ງ​ທີ່​ຕົນ​ໄດ້ຍິນ.


ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ໃນ​ເວລາ​ນັ້ນ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເວົ້າ​ແກ່​ເຈົ້າ​ທັງຫລາຍ​ວ່າ, ‘ເບິ່ງແມ! ພຣະຄຣິດ​ຢູ່​ທີ່​ນີ້’ ຫລື​ວ່າ ‘ເບິ່ງດູ ເພິ່ນ​ຢູ່​ທີ່​ນັ້ນ’ ຢ່າ​ໄດ້​ເຊື່ອ.


“ດ້ວຍເຫດໃດ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ຕັດສິນ​ເອົາ​ເອງ​ວ່າ ສິ່ງໃດ​ເປັນ​ເລື່ອງ​ທີ່​ຖືກຕ້ອງ?


ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຄອຍ​ເຝົ້າ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ​ໄປ ເພາະ​ມີ​ຫລາຍ​ຄົນ​ຈະ​ອ້າງ​ນາມຊື່​ຂອງເຮົາ ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ຜູ້​ນັ້ນ ແລະ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ,’ ພວກເຈົ້າ​ຢ່າ​ຕາມ​ເຂົາ​ໄປ.


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ຂ້າພະເຈົ້າ​ຮູ້​ວ່າ ຫລັງຈາກ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ຝູງ​ໝາໄນ​ທີ່​ຮ້າຍກາດ​ເຂົ້າ​ມາ​ໃນ​ທ່າມກາງ​ພວກທ່ານ ແລະ​ມັນ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ຝູງແກະ​ນັ້ນ​ເລີຍ.


ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ​ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ​ສາມາດ​ແປ​ພາສາ​ແປກໆ.


ຝ່າຍ​ພວກ​ຜູ້​ປະກາດ​ພຣະທຳ​ນັ້ນ ໃຫ້​ກ່າວ​ແຕ່​ສອງ​ຫລື​ສາມ​ຄົນ ແລະ​ໃຫ້​ພວກ​ຄົນອື່ນ​ຮັບ​ພິຈາລະນາ​ເອົາ​ຂໍ້ຄວາມ​ທີ່​ເຂົາ​ກ່າວ​ນັ້ນ.


ຢ່າ​ປະໝາດ​ຄຳທຳນວາຍ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ປັ່ນປ່ວນ​ໂດຍ​ງ່າຍ ຫລື​ສະທ້ານ​ຕົກໃຈ ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນຍານ ຫລື​ມາ​ທາງ​ຄຳ​ເວົ້າ ຫລື​ທາງ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງ​ວ່າ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ແລ້ວ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ວ່າ ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ ພວກເຂົາ​ຈະ​ເຊື່ອຟັງ​ບັນດາ​ດວງ​ວິນຍານ​ຜີຊົ່ວຮ້າຍ​ທີ່​ຫລອກລວງ​ມະນຸດ ແລະ​ຄຳສັ່ງສອນ​ຂອງ​ພວກ​ຜີມານຮ້າຍ.


ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ.


ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.


ລູກ​ທັງຫລາຍ​ເອີຍ, ບັດນີ້​ເປັນ​ເວລາ​ສຸດທ້າຍ​ແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງຫລາຍ​ໄດ້ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່ສູ້​ພຣະຄຣິດ​ຈະ​ມີ​ມາ ບັດນີ້​ຜູ້​ຕໍ່ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ. ສະນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ສຸດທ້າຍ.


ພວກ​ທີ່ຮັກ​ເອີຍ, ເຮົາ​ບໍ່ໄດ້​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ແຕ່​ເປັນ​ກົດບັນຍັດ​ເກົ່າ ຊຶ່ງ​ເຈົ້າ​ທັງຫລາຍ​ມີ​ຢູ່​ຕັ້ງແຕ່​ເດີມ​ແລ້ວ, ກົດບັນຍັດ​ເກົ່າ​ນັ້ນ ຄື​ພຣະທຳ​ທີ່​ພວກເຈົ້າ​ໄດ້ຍິນ​ມາ​ແລ້ວ.


ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເຮົາ​ຮູ້ຈັກ​ພາລະກິດ​ອັນ​ຍາກ​ລຳບາກ ແລະ​ຄວາມ​ອົດທົນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ທົນ​ຕໍ່​ຄົນຊົ່ວຮ້າຍ​ບໍ່ໄດ້. ເຈົ້າ​ໄດ້​ລອງໃຈ​ຄົນ​ເຫຼົ່ານັ້ນ​ທີ່​ອວດ​ວ່າ ເປັນ​ອັກຄະສາວົກ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ ແລະ​ເຈົ້າ​ກໍ​ຮູ້ຈັກ​ແລ້ວ​ວ່າ​ພວກເຂົາ​ເປັນ​ຄົນ​ຂີ້ຕົວະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka