Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:9 - ພຣະຄຳພີສັກສິ

9 ຜູ້ໃດ​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ສະພາບ​ຂອງ​ພຣະອົງ​ຊົງ​ດຳລົງ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ບໍ່​ອາດ​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ຕົນ​ໄດ້​ບັງເກີດ​ຈາກ​ພຣະເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:9
18 Jak'a apnaqawi uñst'ayäwi  

‘ພວກເຮົາ​ທໍລະມານ​ລາວ​ໄດ້​ຢ່າງໃດ​ນໍ?’ ພວກເຈົ້າ​ຫາທາງ​ແກ້ຕົວ​ເພື່ອ​ຈະ​ໂຈມຕີ​ຂ້ອຍ.


ພວກເຂົາ​ບໍ່ເຄີຍ​ປະພຶດ​ຜິດພາດ​ຈັກເທື່ອ​ເລີຍ ແຕ່​ເດີນ​ຕາມ​ທາງ​ຂອງ​ພຣະອົງ.


ຖ້າ​ສ່ວນ​ໃດ​ຂອງ​ຊາກ​ສັດ​ຕົກ​ໃສ່​ແນວປູກ​ທີ່​ຈະ​ເອົາ​ໄປ​ກ້າ ແນວປູກ​ນັ້ນ​ກໍ​ບໍ່​ຖື​ວ່າ​ເປັນ​ມົນທິນ.


ຕົ້ນໄມ້​ດີ​ເກີດຜົນ​ບໍ່​ດີ​ກໍ​ບໍ່​ຫ່ອນ​ເປັນ ແລະ​ຕົ້ນໄມ້​ບໍ່​ດີ​ເກີດຜົນ​ດີ​ກໍ​ບໍ່​ຫ່ອນ​ໄດ້.


ຊຶ່ງ​ບໍ່ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ຕ້ອງການ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ?


ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,


ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.


ຖ້າ​ເຈົ້າ​ທັງຫລາຍ​ຮູ້​ວ່າ ພຣະອົງ​ຊົງ​ທ່ຽງທຳ ພວກເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກຄົນ​ທີ່​ປະຕິບັດ​ຕາມ​ຄວາມ​ທ່ຽງທຳ​ນັ້ນ ກໍ​ບັງເກີດ​ມາ​ຈາກ​ພຣະອົງ​ເໝືອນກັນ.


ດັ່ງນັ້ນ ຜູ້ໃດ​ທີ່​ຕັ້ງໝັ້ນ​ຢູ່​ໃນ​ພຣະອົງ ຜູ້ນັ້ນ​ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ສ່ວນ​ຜູ້ໃດ​ທີ່​ຍັງ​ເຮັດ​ບາບ​ຕາມ​ເຄີຍ ຜູ້ນັ້ນ​ກໍ​ຍັງ​ບໍ່​ເຫັນ​ພຣະອົງ ແລະ​ຍັງ​ບໍ່​ຮູ້ຈັກ​ພຣະອົງ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເພາະວ່າ​ຄວາມຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ບັງເກີດ​ມາ​ຈາກ​ພຣະເຈົ້າ ແລະ​ຮູ້ຈັກ​ພຣະເຈົ້າ.


ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ, ແຕ່​ພຣະອົງ​ຜູ້​ຊົງ​ບັງເກີດ​ແຕ່​ພຣະເຈົ້າ ກໍ​ຊົງ​ຮັກສາ​ຄົນ​ນັ້ນ ແລະ​ມານຊົ່ວຮ້າຍ​ບໍ່​ສາມາດ​ຈັບ​ຕ້ອງ​ຄົນ​ນັ້ນ​ໄດ້.


ເພາະ​ທຸກຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ມີໄຊ​ຕໍ່​ໂລກ ແລະ​ຄວາມເຊື່ອ​ຂອງ​ພວກເຮົາ​ນີ້​ແຫຼະ ເປັນ​ໄຊຊະນະ​ທີ່​ຊະນະ​ຕໍ່​ໂລກ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka