Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:4 - ພຣະຄຳພີສັກສິ

4 ທຸກຄົນ​ທີ່​ເຮັດ​ບາບ ກໍ​ມີ​ຄວາມຜິດ​ໃນ​ຖານ​ທີ່​ຝ່າຝືນ​ກົດບັນຍັດ ເພາະ​ການບາບ​ແມ່ນ​ການ​ຝ່າຝືນ​ກົດບັນຍັດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:4
17 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ. ໃນ​ດິນແດນ​ນັ້ນ ຖ້າ​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ ໂດຍ​ສາລະພາບ​ວ່າ​ພວກເຂົາ​ເປັນ​ຄົນບາບ ແລະ​ຊົ່ວຊ້າ; ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ​ດ້ວຍ​ເທີ້ນ


ກະສັດ​ໂຊນ​ໄດ້​ຕາຍໄປ​ກໍ​ເພາະ​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເພິ່ນ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ປຶກສາ​ນຳ​ວິນຍານ​ຂອງ​ຄົນ​ຕາຍ


ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ເຊກາຣີຢາ​ລູກຊາຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ. ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ບ່ອນ​ທີ່​ປະຊາຊົນ​ເຫັນ​ເພິ່ນ​ໄດ້ ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ກຳລັງ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ພວກທ່ານ​ເອງ ພວກທ່ານ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ. ສະນັ້ນ ພຣະອົງ​ຈຶ່ງ​ຈະ​ປະຖິ້ມ​ພວກທ່ານ​ເໝືອນກັນ.”


ທ່ານ​ຖືກ​ຈັບ​ໄປ​ເພື່ອ​ໃສ່​ໂທດທັນ ທ່ານ​ຖືກ​ນຳ​ອອກ​ໄປ​ເພື່ອ​ປະຫານ​ຊີວິດ ບໍ່ມີ​ຜູ້ໃດ​ຫ່ວງໃຍ​ເຄາະກຳ​ທີ່​ທ່ານ​ຖືກ​ສັງຫານ ຍ້ອນ​ການບາບ​ຂອງ​ປະຊາຊົນ​ພວກເຮົາ​ນັ້ນ.


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ຍ້ອນ​ວ່າ​ລາວ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ໄດ້​ຕັ້ງໃຈ​ລະເມີດ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ໃຫ້​ລາວ​ຮັບຜິດຊອບ​ການຕາຍ​ຂອງ​ລາວເອງ.”’


ດັ່ງນັ້ນ ຜູ້ໃດ​ປະຕິເສດ​ກົດບັນຍັດ​ຂໍ້​ເລັກນ້ອຍ​ທີ່ສຸດ ແລະ​ທັງ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິເສດ, ຜູ້ນັ້ນ​ຈະ​ເປັນ​ຜູ້​ນ້ອຍ​ໃນ​ອານາຈັກ​ສະຫວັນ, ແຕ່​ຜູ້ໃດ​ທີ່​ປະຕິບັດ​ຕາມ​ກົດບັນຍັດ ແລະ​ສັ່ງສອນ​ຄົນອື່ນ​ໃຫ້​ປະຕິບັດ​ຕາມ ຜູ້ນັ້ນ​ຈະ​ເປັນ​ຜູ້​ໃຫຍ່​ໃນ​ອານາຈັກ​ສະຫວັນ.


ດັ່ງນັ້ນ ໂປໂລ​ຈຶ່ງ​ກ່າວ​ຕໍ່​ມະຫາ​ປະໂຣຫິດ​ວ່າ, “ພຣະເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ ເຈົ້າ​ນັ່ງ​ພິພາກສາ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ຕົບ​ປາກ​ເຮົາ.”


ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.


ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ຄຳ​ພາວັນນາ​ອະທິຖານ​ທີ່​ປະກອບ​ດ້ວຍ​ຄວາມເຊື່ອ ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດພົ້ນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກກະຕິ ແລະ​ຖ້າ​ຜູ້ນັ້ນ​ໄດ້​ເຮັດ​ຜິດ​ເຮັດ​ບາບ ພຣະອົງ​ກໍ​ຈະ​ຊົງ​ໂຜດ​ອະໄພ​ໃຫ້.


ການ​ອະທຳ​ທຸກຢ່າງ​ກໍ​ເປັນ​ຜິດບາບ ແຕ່​ການບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່.


ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka