Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:22 - ພຣະຄຳພີສັກສິ

22 ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:22
37 Jak'a apnaqawi uñst'ayäwi  

ແລ້ວ​ເຈົ້າ​ກໍ​ຈະ​ປິຕິຍິນດີ​ໃນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ແລະ​ຈະ​ເງີຍໜ້າ​ຂອງເຈົ້າ​ຂື້ນຫາ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້​ຕໍ່າຕ້ອຍ ພຣະອົງ​ຊົງ​ປະທານ​ຄວາມ​ກ້າຫານ​ໃຫ້​ແກ່​ເຂົາເຈົ້າ.


ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ແລະ​ຄຳຕອບ​ກໍ​ມີ​ມາ ຊົງ​ປົດປ່ອຍ​ຂ້ານ້ອຍ​ຈາກ​ຄວາມ​ຢ້ານ​ທັງສິ້ນ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ພຣະເຈົ້າຢາເວ​ຊົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຊອບທຳ, ແຕ່​ພຣະອົງ​ບໍ່​ສົນໃຈ​ນຳ​ຄົນຊົ່ວ.


ຜູ້ໃດ​ທີ່​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພຣະເຈົ້າ​ກໍ​ຈະ​ກຽດຊັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້ນັ້ນ.


ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພາວັນນາ​ອະທິຖານ​ຂໍ​ໃນ​ສິ່ງ​ນັ້ນ.”


ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ພາວັນນາ​ອະທິຖານ​ຂໍ​ນັ້ນ ຈົ່ງ​ເຊື່ອ​ວ່າ​ໄດ້​ຮັບ​ແລ້ວ ແລະ​ຄົງ​ຈະ​ເປັນ​ແກ່​ເຈົ້າ​ທັງຫລາຍ.


ສິ່ງໃດໆ​ທີ່​ພວກເຈົ້າ​ຈະ​ຂໍ​ໃນ​ນາມ​ຂອງເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ ເພື່ອ​ວ່າ​ພຣະບິດາເຈົ້າ​ຈະ​ໄດ້​ຮັບ​ກຽດຕິຍົດ​ແຫ່ງ​ສະຫງ່າຣາສີ​ໂດຍ​ທາງ​ພຣະບຸດ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະບິດາເຈົ້າ ແລະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.”


ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ງານ​ຂອງ​ພຣະເຈົ້າ ຄື​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ເຊື່ອ​ໃນ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ.”


ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່ເຄີຍ​ປະ​ປ່ອຍ​ເຮົາ​ໃຫ້​ຢູ່​ຜູ້​ດຽວ ເພາະ​ເຮົາ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຢູ່​ສະເໝີ.”


ພວກເຮົາ​ຮູ້​ຢູ່​ວ່າ ພຣະເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້ໃດ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ຟັງ​ຜູ້ນັ້ນ.


ໃນ​ສະໄໝ​ທີ່​ມະນຸດ​ຍັງ​ໂງ່​ບໍ່​ຮູ້ຈັກ​ພຣະເຈົ້າ ພຣະອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດນີ້ ພຣະອົງ​ສັ່ງ​ແກ່​ມະນຸດ​ທັງປວງ​ໃນ​ທົ່ວ​ທຸກ​ບ່ອນ ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.


ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.


ຈົ່ງ​ຊົງ​ກະທຳ​ໃຫ້​ເຈົ້າ​ທັງຫລາຍ​ເປັນ​ຄົນ​ຄົບຖ້ວນ​ໃນ​ການ​ດີ​ທຸກຢ່າງ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ພຣະໄທ​ພຣະອົງ ແລະ​ຊົງ​ທຳງານ​ພາຍໃນ​ເຈົ້າ​ທັງຫລາຍ ຕາມ​ທີ່​ຊອບ​ໃນ​ສາຍ​ພຣະເນດ​ຂອງ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ຈົ່ງ​ມີ​ແດ່​ພຣະຄຣິດ​ສືບໆໄປ​ເປັນນິດ ອາແມນ.


ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.


ເຈົ້າ​ທັງຫລາຍ​ຂໍ​ແລະ​ບໍ່ໄດ້​ຮັບ ເພາະ​ຂໍ​ຜິດ ເພື່ອ​ຈະ​ເອົາ​ໄປ​ໃຊ້​ຕາມ​ກິເລດ​ຕັນຫາ​ຂອງຕົນ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ນີ້ແຫລະ ເປັນ​ຄວາມ​ແນ່ໃຈ​ທີ່​ເຮົາ​ທັງຫລາຍ​ມີ​ຢູ່​ຕໍ່​ພຣະອົງ ຄື​ຖ້າ​ພວກເຮົາ​ທູນ​ຂໍ​ສິ່ງໃດ​ທີ່​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຟັງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka