Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:2 - ພຣະຄຳພີສັກສິ

2 ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:2
37 Jak'a apnaqawi uñst'ayäwi  

ແມ່ນ​ວ່າ​ເນື້ອກາຍ​ຂ້ອຍ​ຈະ​ຖືກ​ພະຍາດ​ກັດກິນ ເມື່ອ​ຍັງ​ຢູ່​ໃນ​ຮ່າງກາຍ ຂ້ອຍ​ຈະ​ໄດ້​ເຫັນ​ພຣະເຈົ້າ.


ແລ້ວ​ພຣະອົງ​ກໍ​ຈະ​ໃຫ້​ເຫັນ​ທາງ​ທີ່​ນຳ​ໄປສູ່​ຊີວິດ ຢູ່​ຊ້ອງໜ້າ​ພຣະອົງ​ນັ້ນ​ມີ​ຄວາມ​ຊົມຊື່ນ​ຍິນດີ ທັງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມ​ສຸກໃຈ​ຫລາຍ ທີ່​ຢູ່​ກັບ​ພຣະອົງ​ຕະຫລອດໄປ​ເປັນນິດ.


ແຕ່​ຂ້ານ້ອຍ​ຈະ​ໄດ້​ພົບ​ພຣະອົງ​ໃນ​ຄວາມ​ຊອບທຳ ເມື່ອ​ຂ້ານ້ອຍ​ຕື່ນ​ມາ​ຈິດໃຈ​ກໍ​ເບີກບານ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.


ຄຸນຄວາມດີ​ຂອງ​ພຣະອົງ​ນັ້ນ​ປະເສີດ​ເລີດລໍ້າ​ຫລາຍ ພຣະອົງ​ຮັກສາ​ໄວ້​ສຳລັບ​ຜູ້​ທີ່​ໃຫ້ກຽດ​ພຣະເຈົ້າ ທຸກຄົນ​ກໍ​ຮູ້​ວ່າ​ພຣະອົງ​ເລີດລໍ້າ​ສໍ່າໃດ ຊົງ​ຄຸ້ມຄອງ​ໃຫ້​ຄວາມ​ປອດໄພ ແກ່​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ.


ແລ້ວ​ເຮົາ​ກໍ​ຈະ​ຈົດ​ຊື່​ຂອງ​ເຈົ້າ​ໄວ້​ໃນ​ວິຫານ​ຂອງເຮົາ ແລະ​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ​ຍາວນານ​ກວ່າ ຖ້າ​ເຈົ້າ​ມີ​ລູກຊາຍ​ແລະ​ລູກສາວ​ຫລາຍ​ຄົນ. ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.”


ແຕ່​ຜູ້ໃດ​ແດ່​ຈະ​ສາມາດ​ທົນ​ຕໍ່​ວັນ​ທີ່​ພຣະອົງ​ສະເດັດ​ມາ​ນັ້ນ​ໄດ້? ຜູ້ໃດ​ແດ່​ຈະ​ສາມາດ​ມີ​ຊີວິດ​ລອດ​ຢູ່​ໄດ້​ເມື່ອ​ພຣະອົງ​ມາ​ປາກົດ? ພຣະອົງ​ຈະ​ເປັນ​ດັ່ງ​ສະບູ​ທີ່​ມີ​ກຳລັງ​ແຮງ ແລະ​ເປັນ​ດັ່ງ​ໄຟ​ທີ່​ຫລອມ​ໂລຫະ.


ຜູ້ໃດ​ມີ​ໃຈ​ບໍຣິສຸດ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ


ໃນ​ວັນ​ທີ່​ບຸດ​ມະນຸດ​ມາ​ປາກົດ ກໍ​ຈະ​ເປັນ​ດັ່ງນັ້ນແຫລະ.”


ພວກເຂົາ​ຈະ​ເປັນ​ດັ່ງ​ຝູງ​ເທວະດາ​ທີ່​ຕາຍ​ບໍ່​ເປັນ ເພາະ​ພວກເຂົາ​ເປັນ​ລູກ​ຂອງ​ພຣະເຈົ້າ ເພາະວ່າ​ພວກເຂົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ.


ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.


ໂອ ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ຂ້ານ້ອຍ, ຂ້ານ້ອຍ​ຢາກ​ໃຫ້​ພວກເຂົາ​ຢູ່​ກັບ​ຂ້ານ້ອຍ ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່​ນັ້ນ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ສ້າງ​ໂລກ.


ພຣະວິນຍານ​ຂອງ​ພຣະເຈົ້າ​ຮ່ວມ​ເປັນ​ພະຍານ​ກັບ​ວິນຍານ​ຂອງ​ພວກເຮົາ​ປະກາດ​ວ່າ ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ.


ເຮົາ​ເຫັນ​ວ່າ​ຄວາມ​ທຸກ​ລຳບາກ​ຂອງ​ພວກເຮົາ​ໃນ​ເວລາ​ປະຈຸບັນ​ນີ້ ບໍ່​ອາດ​ທຽບ​ໃສ່​ກັບ​ສະຫງ່າຣາສີ ທີ່​ຈະ​ຖືກ​ເປີດເຜີຍ​ແກ່​ພວກເຮົາ​ໃນ​ພາຍໜ້າ​ໄດ້.


ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ.


ເພາະວ່າ​ດຽວ​ນີ້​ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ ເໝືອນ​ເບິ່ງ​ໃນ​ແວ່ນ, ແຕ່​ວ່າ​ເວລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະພັກ​ຢ່າງ​ຄັກ. ດຽວ​ນີ້​ຄວາມຮູ້​ຂອງເຮົາ​ບໍ່​ສົມບູນ, ແຕ່​ເວລາ​ນັ້ນ ເຮົາ​ຈະ​ຮູ້​ຢ່າງ​ສົມບູນ​ເໝືອນ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຮົາ​ແລ້ວ.


ພວກເຮົາ​ມີ​ລັກສະນະ​ເໝືອນ​ກັບ​ມະນຸດ​ທີ່​ຖືກ​ສ້າງ​ມາ​ຈາກ​ດິນ​ສັນໃດ ພວກເຮົາ​ກໍ​ຄົງ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຜູ້​ທີ່​ໄດ້​ສະເດັດ​ມາ​ຈາກ​ສະຫວັນ​ສັນນັ້ນ.


ເໝືອນ​ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ສິ່ງ​ທີ່​ຕາ​ບໍ່​ເຫັນ ຫູ​ບໍ່ໄດ້ຍິນ ແລະ​ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ແມ່ນ​ສິ່ງ​ນັ້ນ​ແຫຼະ ທີ່​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ໄວ້ ໃຫ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.”


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.


ເພາະວ່າ​ເຈົ້າ​ທັງຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະເຈົ້າ ຮ່ວມ​ໃນ​ພຣະຄຣິດເຈົ້າ​ເຢຊູ​ໂດຍ​ທາງ​ຄວາມເຊື່ອ.


ແລະ​ເພາະ​ເຈົ້າ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ຈຶ່ງ​ຊົງ​ໃຊ້​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ແລ້ວ​ຮ້ອງ​ວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕໍ່າຕ້ອຍ ແລະ​ຕາຍ​ເປັນ​ຂອງ​ພວກເຮົາ ໃຫ້​ເປັນ​ເໝືອນ​ພຣະກາຍ​ອັນ​ຊົງ​ສະຫງ່າຣາສີ​ຂອງ​ພຣະອົງ ດ້ວຍ​ຣິດທານຸພາບ​ທີ່​ສາມາດ​ປາບ​ສັບພະທຸກສິ່ງ​ທັງປວງ ໃຫ້​ລົງ​ຢູ່​ໃຕ້​ການ​ບັງຄັບ​ຂອງ​ພຣະອົງ.


ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫຼະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


ດ້ວຍ​ສິ່ງ​ເຫຼົ່ານັ້ນ ພຣະອົງ​ໄດ້​ຊົງ​ປະທານ​ພຣະສັນຍາ​ປະເສີດ​ອັນ​ໃຫຍ່ຫລວງ​ແກ່​ເຮົາ​ທັງຫລາຍ ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈຶ່ງ​ໜີ​ພົ້ນ​ໄດ້​ຈາກ​ຄວາມ​ເສື່ອມໂຊມ​ທີ່​ມີ​ຢູ່​ໃນ​ໂລກນີ້​ເພາະ​ຕັນຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະພາບ​ຂອງ​ພຣະອົງ.


ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ​ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.


ພວກ​ທີ່ຮັກ​ເອີຍ, ເຮົາ​ບໍ່ໄດ້​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ແຕ່​ເປັນ​ກົດບັນຍັດ​ເກົ່າ ຊຶ່ງ​ເຈົ້າ​ທັງຫລາຍ​ມີ​ຢູ່​ຕັ້ງແຕ່​ເດີມ​ແລ້ວ, ກົດບັນຍັດ​ເກົ່າ​ນັ້ນ ຄື​ພຣະທຳ​ທີ່​ພວກເຈົ້າ​ໄດ້ຍິນ​ມາ​ແລ້ວ.


ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ໃສ່​ພວກເຮົາ​ແລ້ວ ພວກເຮົາ​ກໍ​ມີ​ໃຈ​ກ້າ​ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.


ແລະ​ເຮົາ​ຈະ​ປະທານ​ດາວ​ເພັກ (ຮຸ່ງອາຣຸນ) ໃຫ້​ແກ່​ຜູ້ນັ້ນ.


ພວກເຂົາ​ຈະ​ເຫັນ​ພຣະເຈົ້າ​ໜ້າ​ຕໍ່ໜ້າ ແລະ​ພຣະນາມ​ຂອງ​ພຣະອົງ​ຈະ​ຊົງ​ປະທັບຕາ​ໃສ່​ໜ້າຜາກ​ຂອງ​ພວກເຂົາ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka