Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:13 - ພຣະຄຳພີສັກສິ

13 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ໂລກນີ້​ກຽດຊັງ​ພວກເຈົ້າ​ຢ່າ​ປະຫລາດ​ໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ ຖ້າ​ໂລກ​ນີ້​ກຽດຊັງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:13
18 Jak'a apnaqawi uñst'ayäwi  

ຄົນ​ຊອບທຳ​ກຽດຊັງ​ຄົນຊົ່ວ​ແລະ​ຄົນຊົ່ວ​ກໍ​ກຽດຊັງ​ຄົນ​ຊອບທຳ.


ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.


ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ເມື່ອນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍລະມານ ແລະ​ຖືກ​ນຳ​ໄປ​ປະຫານ​ຊີວິດ ຄົນ​ທຸກ​ຊາດ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ.


ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ, ແຕ່​ຜູ້ໃດ​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.”


ທຸກຄົນ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


“ພວກເຈົ້າ​ກໍ​ເປັນ​ສຸກຫຼາຍ ເມື່ອ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ, ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ, ຕິຕຽນ​ນິນທາ​ພວກເຈົ້າ ແລະ​ປະຕິເສດ​ຊື່​ຂອງ​ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ບຸດ​ມະນຸດ.


ພວກເຈົ້າ​ຈະ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ ແລະ​ເວລາ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ ການ​ກະທຳ​ຂອງຕົນ​ຢ່າງ​ນັ້ນ ເປັນ​ການ​ຖວາຍ​ກຽດ​ແກ່​ພຣະເຈົ້າ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ຝ່າຍ​ຂ້ານ້ອຍ​ໄດ້​ມອບ​ພຣະຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ​ໂລກນີ້​ໄດ້​ກຽດຊັງ​ພວກເຂົາ ເພາະ​ພວກເຂົາ​ບໍ່​ເປັນ​ຂອງ​ໂລກ ເໝືອນ​ດັ່ງ​ຂ້ານ້ອຍ​ບໍ່​ເປັນ​ຂອງ​ໂລກ.


ຢ່າ​ສູ່​ປະຫລາດ​ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່.


ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ວ່າ​ມັນ​ກຽດຊັງ​ເຮົາ ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.


ເມື່ອ​ເປໂຕ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ຊາວ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກທ່ານ​ຈຶ່ງ​ຈ້ອງຕາ​ເບິ່ງ​ພວກເຮົາ​ຢ່າງ​ປະຫລາດ​ໃຈ​ໃນ​ເລື່ອງ​ນີ້? ພວກທ່ານ​ຄິດ​ວ່າ​ຊາຍ​ຄົນ​ນີ້ ຍ່າງ​ໄດ້​ດ້ວຍ​ຣິດອຳນາດ​ຂອງ​ພວກເຮົາ​ຫລື ເພາະວ່າ​ພວກເຮົາ​ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ຊັ້ນບໍ?


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ແທ້ຈິງ ບັນດາ​ຄົນ​ທີ່​ປາຖະໜາ​ຈະ​ດຳເນີນ​ຊີວິດ​ຄຣິສຕຽນ ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ກໍ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ,


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ເທວະດາ​ຕົນ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ປະຫລາດ​ໃຈ? ເຮົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມໝາຍ​ອັນ​ເລິກລັບ​ຂອງ​ຍິງ​ຄົນ​ນີ້ ແລະ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ຊຶ່ງ​ເປັນ​ພາຫານະ​ຂອງ​ຍິງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka