Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:12 - ພຣະຄຳພີສັກສິ

12 ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ຢ່າ​ເປັນ​ເໝືອນ​ກາອິນ​ຜູ້​ເປັນ​ຝ່າຍ​ມານຊົ່ວຮ້າຍ ແລະ ໄດ້​ຂ້າ​ນ້ອງຊາຍ​ຂອງ​ຕົນ. ເປັນຫຍັງ​ລາວ​ຈຶ່ງ​ຂ້າ​ນ້ອງຊາຍ? ກໍ​ເພາະ​ການກະທຳ​ຂອງ​ຕົນເອງ​ຊົ່ວຮ້າຍ ແລະ ການກະທຳ​ຂອງ​ນ້ອງຊາຍ​ນັ້ນ​ຊອບທຳ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:12
31 Jak'a apnaqawi uñst'ayäwi  

ອາດາມ ແລະ​ເມຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ. ເອວາ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ອີກ​ຜູ້ໜຶ່ງ ເພື່ອ​ທົດແທນ​ອາເບັນ​ຜູ້​ທີ່​ກາອິນ​ໄດ້​ຂ້າ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເຊດ.


ສ່ວນ​ອັບຊາໂລມ​ກໍ​ກຽດຊັງ​ອຳໂນນ​ຫລາຍ​ທີ່ສຸດ ຈົນ​ລາວ​ບໍ່​ຍອມ​ເວົ້າຈາ​ກັບ​ອຳໂນນ​ອີກ​ຕໍ່ໄປ ຍ້ອນ​ລາວ​ໄດ້​ຂົ່ມຂືນ​ຕາມາ ນ້ອງສາວ​ຂອງຕົນ.


ຄົນຊົ່ວຮ້າຍ​ວາງ​ອຸບາຍ​ເພື່ອ​ປອງຮ້າຍ​ຄົນ​ຊອບທຳ ພວກເຂົາ​ກຶ້ງຕາ​ເບິ່ງ​ລາວ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ.


ພວກ​ທີ່​ເຮັດ​ການຊົ່ວ​ເພື່ອ​ຕອບ​ແທນ​ການດີ ພວກເຂົາ​ກໍ​ຕໍ່ຕ້ານ​ການດີ​ທີ່​ຂ້ານ້ອຍ​ພະຍາຍາມ​ເຮັດ​ນັ້ນ.


ຄວາມ​ໂກດຮ້າຍ​ຄື​ການ​ຫ້ຽມໂຫດ​ແລະ​ການ​ທຳລາຍ, ແຕ່​ຄວາມ​ອິດສາ​ບໍ່ມີ​ຫຍັງ​ປຽບປານ​ເທົ່າ.


ຄົນ​ກະຫາຍ​ເລືອດ​ກຽດຊັງ​ຄົນ​ສັດຊື່, ແຕ່​ຄົນ​ຊອບທຳ​ຈະ​ຄຸ້ມຄອງ ຊີວິດ​ຂອງ​ລາວ​ໄວ້.


ຄົນ​ຊອບທຳ​ກຽດຊັງ​ຄົນຊົ່ວ​ແລະ​ຄົນຊົ່ວ​ກໍ​ກຽດຊັງ​ຄົນ​ຊອບທຳ.


ຜູ້ໃດ​ທີ່​ໄດ້ຍິນ​ພຣະທຳ​ເລື່ອງ​ຣາຊອານາຈັກ​ສະຫວັນ ແຕ່​ບໍ່​ເຂົ້າໃຈ​ກໍ​ຄ້າຍ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານຊົ່ວຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ​ເສຍ.


ສ່ວນ​ນາ​ນັ້ນ​ແມ່ນ​ໂລກນີ້, ເຂົ້າ​ດີ​ແມ່ນ​ປະຊາຊົນ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ສ່ວນ​ເຂົ້າ​ນົກ​ແມ່ນ​ປະຊາຊົນ​ຂອງ​ມານຊົ່ວຮ້າຍ,


ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.


ແຕ່​ປີລາດ​ຖາມ​ວ່າ, “ຄົນ​ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ?” ແລ້ວ​ພວກເຂົາ​ກໍ​ຮ້ອງ​ດັງ​ແຮງ​ຂຶ້ນ​ຈົນ​ສຸດ​ສຽງ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ.”


ແຕ່​ຈົ່ງ​ໃຫ້​ຖ້ອຍຄຳ​ຂອງ​ເຈົ້າ​ເປັນ​ດັ່ງນີ້, ‘ແມ່ນ’ ກໍ​ວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍ​ວ່າ ‘ບໍ່ແມ່ນ’ ສ່ວນ​ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ແມ່ນ​ມາ​ຈາກ​ມານຊົ່ວຮ້າຍ.”


ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເຫັນ​ການ​ດີ​ຫລາຍ​ຢ່າງ​ທີ່​ມາ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ພວກເຈົ້າ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຮົາ​ຍ້ອນ​ເລື່ອງ​ຫຍັງ?”


ເຮົາ​ພຽງແຕ່​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ຫາ​ທາງ​ທີ່​ຈະ​ຂ້າ​ເຮົາ, ການ​ຢ່າງ​ນີ້​ອັບຣາຮາມ​ບໍ່ໄດ້​ເຮັດ.


ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ໄດ້​ເຮັດ.” ພວກເຂົາ​ຕອບ​ວ່າ, “ເຮົາ​ມີ​ພຣະບິດາ​ພຽງ​ອົງ​ດຽວ​ຄື​ພຣະເຈົ້າ ແລະ​ພວກເຮົາ​ເປັນ​ລູກ​ແທ້ໆ​ຂອງ​ພຣະອົງ.”


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຈົ້າ​ທັງຫລາຍ​ໄດ້​ກາຍເປັນ​ຜູ້​ປະຕິບັດ​ຕາມ​ແບບຢ່າງ​ຄຣິສຕະຈັກ​ທັງຫລາຍ​ໃນ​ແຂວງ​ຢູດາຍ ຊຶ່ງ​ເປັນ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພາະວ່າ​ເຈົ້າ​ທັງຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ ເໝືອນ​ຄຣິສຕະຈັກ​ນັ້ນ ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ພວກ​ຢູດາ​ດ້ວຍ.


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ໃນ​ເລື່ອງ​ນີ້ ພວກເຂົາ​ກໍ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ບໍ່​ຍອມ​ແລ່ນ​ໄປ​ເຂົ້າສ່ວນ​ກັບ​ພວກເຂົາ ໃນ​ການ​ຊົ່ວຮ້າຍ​ອັນ​ເຫລືອລົ້ນ​ເໝືອນ​ຢ່າງ​ພວກເຂົາ ແລະ​ພວກເຂົາ​ກໍ​ກ່າວ​ຄຳ​ນິນທາ​ໃສ່​ພວກເຈົ້າ.


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ​ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ​ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ​ໂກຣາ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka