Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 3:10 - ພຣະຄຳພີສັກສິ

10 ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ໂຢຮັນ 3:10
26 Jak'a apnaqawi uñst'ayäwi  

ສ່ວນ​ອັບຊາໂລມ​ກໍ​ກຽດຊັງ​ອຳໂນນ​ຫລາຍ​ທີ່ສຸດ ຈົນ​ລາວ​ບໍ່​ຍອມ​ເວົ້າຈາ​ກັບ​ອຳໂນນ​ອີກ​ຕໍ່ໄປ ຍ້ອນ​ລາວ​ໄດ້​ຂົ່ມຂືນ​ຕາມາ ນ້ອງສາວ​ຂອງຕົນ.


ສ່ວນ​ນາ​ນັ້ນ​ແມ່ນ​ໂລກນີ້, ເຂົ້າ​ດີ​ແມ່ນ​ປະຊາຊົນ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ສ່ວນ​ເຂົ້າ​ນົກ​ແມ່ນ​ປະຊາຊົນ​ຂອງ​ມານຊົ່ວຮ້າຍ,


ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.


ແຕ່​ສ່ວນ​ບັນດາ​ຜູ້​ທີ່​ຕ້ອນຮັບ​ພຣະອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ປະທານ​ສິດ​ໃຫ້​ກາຍເປັນ​ບຸດ​ຂອງ​ພຣະເຈົ້າ.


ແລະ​ບໍ່ແມ່ນ​ເພື່ອ​ແທນ​ປະເທດ​ຊາດ​ເທົ່ານັ້ນ ແຕ່​ເພື່ອ​ເຕົ້າໂຮມ​ປະຊາຊົນ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ກັນ​ໄປ​ນັ້ນ ໃຫ້​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັນ.


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ຍ່ອມ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ, ແຕ່​ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເຫດສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຟັງ.”


ແລະ​ເວົ້າ​ວ່າ, “ລູກ​ຂອງ​ມານຮ້າຍ​ເອີຍ ເຈົ້າ​ຜູ້​ເປັນ​ສັດຕູ​ຂອງ​ບັນດາ​ຄວາມ​ຊອບທຳ ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຄວາມຈິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?


ຢ່າ​ເປັນ​ໜີ້​ຜູ້ໃດ ເວັ້ນໄວ້​ແຕ່​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ, ເພາະ​ຜູ້​ທີ່​ຮັກ​ຄົນອື່ນ ກໍ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.


ເພາະສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ຜູ້​ດຳເນີນ​ຊີວິດ​ຕາມ​ແບບຢ່າງ​ພຣະເຈົ້າ ເໝືອນ​ເປັນ​ບຸດ​ທີ່​ຊົງ​ຮັກ.


ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ຖ້າ​ເຈົ້າ​ທັງຫລາຍ​ຮູ້​ວ່າ ພຣະອົງ​ຊົງ​ທ່ຽງທຳ ພວກເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກຄົນ​ທີ່​ປະຕິບັດ​ຕາມ​ຄວາມ​ທ່ຽງທຳ​ນັ້ນ ກໍ​ບັງເກີດ​ມາ​ຈາກ​ພຣະອົງ​ເໝືອນກັນ.


ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.


ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.


ຂໍ້ຄຳສັ່ງ​ທີ່​ພຣະອົງ​ໄດ້​ມອບ​ແກ່​ພວກເຮົາ​ມີ​ດັ່ງນີ້: “ຜູ້ໃດ​ທີ່​ຮັກ​ພຣະເຈົ້າ​ນັ້ນ ຈົ່ງ​ຮັກ​ພີ່ນ້ອງ​ຂອງຕົນ​ເໝືອນກັນ.”


ສ່ວນ​ເຮົາ​ທັງຫລາຍ​ເປັນ​ຝ່າຍ​ພຣະເຈົ້າ ຜູ້ໃດ​ທີ່​ຮູ້ຈັກ​ພຣະເຈົ້າ​ກໍ​ຟັງ​ພວກເຮົາ, ຜູ້ໃດ​ທີ່​ບໍ່​ເປັນ​ຝ່າຍ​ພຣະເຈົ້າ ກໍ​ບໍ່​ຟັງ​ພວກເຮົາ. ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ວິນຍານ​ຝ່າຍ​ຄວາມຈິງ ແລະ​ວິນຍານ​ຝ່າຍ​ຄວາມຜິດ​ນັ້ນ​ແຕກຕ່າງ​ກັນ​ຢ່າງ​ໃດ.


ຜູ້ໃດ​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້ຈັກ​ພຣະເຈົ້າ ເພາະ​ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.


ໂດຍ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຮັກ​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ ຄື​ເມື່ອ​ພວກເຮົາ​ຮັກ​ພຣະເຈົ້າ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka