Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:27 - ພຣະຄຳພີສັກສິ

27 ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ​ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ​ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

27 ສ່ວນ​ພວກເຈົ້າ​ທັງຫລາຍ, ການເຈີມ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ກໍ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ຜູ້ໃດ​ມາ​ສອນ​ພວກເຈົ້າ. ແຕ່​ເພາະ​ການເຈີມ​ຂອງ​ພຣະອົງ​ສອນ​ພວກເຈົ້າ​ທຸກສິ່ງ ແລະ ການເຈີມ​ນັ້ນ​ກໍ​ເປັນ​ການເຈີມ​ແທ້, ບໍ່​ແມ່ນ​ປອມແປງ ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕາມ​ທີ່​ການເຈີມ​ໄດ້​ສອນ​ພວກເຈົ້າ​ໄວ້​ແລ້ວ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:27
28 Jak'a apnaqawi uñst'ayäwi  

ຄົນ​ຊົ່ວຮ້າຍ​ບໍ່​ຮູ້​ວ່າ​ຄວາມ​ຍຸດຕິທຳ​ເປັນ​ຢ່າງໃດ, ແຕ່​ຜູ້​ທີ່​ເຂົ້າໃຈ​ຄື​ຜູ້​ທີ່​ສະແຫວງຫາ​ພຣະເຈົ້າຢາເວ.


ອັນ​ນີ້​ເປັນ​ສ່ວນ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຊຶ່ງ​ໄດ້​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງຕົນ ໃນ​ມື້​ທີ່​ສະຖາປະນາ​ພວກເຂົາ​ເປັນ​ປະໂຣຫິດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.


ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະບິດາເຈົ້າ ແລະ​ພຣະອົງ​ຈະ​ຊົງ​ປະທານ​ພຣະຜູ້​ຊ່ວຍ​ອີກ​ອົງ​ໜຶ່ງ​ແກ່​ພວກເຈົ້າ ເພື່ອ​ຈະ​ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ.


ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະອົງ, ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ ເພາະ​ພຣະອົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ຢູ່​ໃນ ພວກເຈົ້າ.”


ແຕ່​ພຣະຜູ້​ຊ່ວຍ​ຄື​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງເຮົາ ອົງ​ນັ້ນ​ແຫຼະ ຈະ​ສັ່ງສອນ​ພວກເຈົ້າ​ທຸກສິ່ງ ແລະ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ລະນຶກເຖິງ​ທຸກສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ນັ້ນ.”


ແຕ່​ເມື່ອ​ພຣະອົງ​ນັ້ນ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ​ຈະ​ສະເດັດ​ລົງ​ມາ ແລ້ວ​ພຣະອົງ​ຈະ​ນຳ​ເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຈິງ​ທັງໝົດ ເພາະ​ພຣະອົງ​ຈະ​ບໍ່​ກ່າວ​ແຕ່​ລຳພັງ​ຂອງ​ພຣະອົງ​ເອງ ແຕ່​ພຣະອົງ​ໄດ້ຍິນ​ສິ່ງໃດ​ກໍ​ຈະ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ປະກາດ​ໃຫ້​ເຈົ້າ​ທັງຫລາຍ ຮູ້​ເຖິງ​ສິ່ງ​ເຫຼົ່ານັ້ນ​ທີ່​ຈະ​ເກີດຂຶ້ນ.


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ໃນ​ໜັງສື​ທຳນວາຍ​ມີ​ຄຳ​ຂຽນ​ໄວ້​ວ່າ, ‘ມະນຸດ​ທຸກຄົນ​ຈະ​ໄດ້​ຮັບ​ຄຳສັ່ງສອນ​ຈາກ​ພຣະເຈົ້າ’ ທຸກຄົນ​ທີ່​ໄດ້ຍິນ​ສຽງ​ພຣະບິດາ​ຂອງເຮົາ ແລະ​ໄດ້​ຮຽນຮູ້​ຈາກ​ພຣະອົງ​ກໍ​ມາ​ຫາ​ເຮົາ.


ພວກເຮົາ​ບໍ່ໄດ້​ຮັບ​ວິນຍານ​ຂອງ​ໂລກນີ້, ແຕ່​ພວກເຮົາ​ໄດ້​ຮັບ​ພຣະວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້​ທຸກສິ່ງ ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ​ນັ້ນ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ກ່າວ​ດ້ວຍ​ຖ້ອຍຄຳ ຊຶ່ງ​ປັນຍາ​ຂອງ​ມະນຸດ​ໄດ້​ສອນ​ໄວ້, ແຕ່​ດ້ວຍ​ຖ້ອຍຄຳ ຊຶ່ງ​ພຣະວິນຍານ​ໄດ້​ຊົງ​ສັ່ງສອນ ຄື​ພວກເຮົາ​ໄດ້​ອະທິບາຍ​ຄວາມຈິງ​ຝ່າຍ​ຈິດວິນຍານ ໃຫ້​ແກ່​ຄົນ​ທີ່​ມີ​ພຣະວິນຍານ​ຟັງ.


ຜູ້​ຊຶ່ງ​ໃຫ້​ພວກເຮົາ​ກັບ​ເຈົ້າ​ທັງຫລາຍ​ຕັ້ງໝັ້ນ​ໃນ​ພຣະຄຣິດ ແລະ​ໄດ້​ຫົດສົງ​ພວກເຮົາ​ໄວ້​ນັ້ນ​ຄື​ພຣະເຈົ້າ.


ຖ້າ​ແມ່ນ​ວ່າ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ພຣະອົງ ແລະ​ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູເຈົ້າ​ແລ້ວ.


ໃນ​ເມື່ອ​ພວກເຈົ້າ​ຮັບ​ເອົາ​ພຣະຄຣິດເຈົ້າ​ເຢຊູ ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ໄວ້​ແລ້ວ ຈົ່ງ​ດຳເນີນ​ຊີວິດ​ຢູ່​ໃນ​ພຣະອົງ​ດ້ວຍ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.


ເພາະສະນັ້ນ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).


ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.


ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ​ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ເພາະ​ຄວາມຈິງ​ດຳລົງ​ຢູ່​ໃນ​ພວກເຮົາ ແລະ​ມີ​ຢູ່​ກັບ​ພວກເຮົາ​ຊົ່ວ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka