Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:25 - ພຣະຄຳພີສັກສິ

25 ນີ້​ແຫຼະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ແລະ ນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຮົາ​ຄື​ຊີວິດ​ນິລັນດອນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:25
25 Jak'a apnaqawi uñst'ayäwi  

ຫລາຍ​ຄົນ​ໃນ​ພວກ​ເຫຼົ່ານີ້​ທີ່​ຕາຍໄປ​ແລ້ວ ຈະ​ມີ​ຊີວິດ​ອີກ ຄື​ບາງຄົນ​ຈະ​ມີ​ຄວາມ​ພໍອົກພໍໃຈ​ກັບ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ; ບາງຄົນ​ຈະ​ທົນ​ທຸກຢ່າງ​ອັບອາຍ​ຕະຫລອດໄປ.


ແລ້ວ​ໃນ​ໂລກນີ້​ລາວ​ຈະ​ໄດ້​ຮັບ​ຫລາຍ​ເທົ່າ ແລະ​ໃນ​ໂລກ​ໜ້າ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ.”


ເຮົາ​ໃຫ້​ຊີວິດ​ນິຣັນດອນ​ແກ່​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ ບໍ່ມີ​ຜູ້ໃດ​ຍາດ​ເອົາ​ພວກເຂົາ​ອອກ​ຈາກ​ມື​ຂອງເຮົາ​ໄດ້.


ຝ່າຍ​ເຮົາ​ຮູ້​ວ່າ ຄຳສັ່ງ​ຂອງ​ພຣະອົງ​ເປັນ​ຊີວິດ​ນິຣັນດອນ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ກໍ​ກ່າວ​ຕາມ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ.”


ເພື່ອ​ວ່າ ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ມີ​ຊີວິດ​ນິຣັນດອນ.


ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ດ້ວຍວ່າ, ນີ້​ແຫຼະ ແມ່ນ​ຄວາມປະສົງ​ພຣະບິດາເຈົ້າ​ຂອງເຮົາ ຄື​ໃຫ້​ທຸກຄົນ​ທີ່​ເຫັນ​ພຣະບຸດ ແລະ​ເຊື່ອ​ໃນ​ພຣະອົງ​ນັ້ນ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.”


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິຣັນດອນ.


ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.


ຝ່າຍ​ຊີໂມນ​ເປໂຕ​ໄດ້​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພວກ​ຂ້ານ້ອຍ​ຈະ​ໜີໄປ​ຫາ​ຜູ້ໃດ? ພຣະອົງ​ເປັນ​ຜູ້​ມີ​ຖ້ອຍຄຳ​ແຫ່ງ​ຊີວິດ​ນິຣັນດອນ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.


ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ.


ແຕ່​ດ້ວຍເຫດນີ້​ເອງ ພຣະເຈົ້າ​ຈຶ່ງ​ເມດຕາ​ຕໍ່​ເຮົາ ເພື່ອ​ວ່າ​ພຣະເຢຊູ​ຄຣິດເຈົ້າ​ຈະ​ໄດ້​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ ເຖິງ​ຄວາມ​ອົດທົນ​ຢ່າງ​ລົ້ນເຫລືອ​ຂອງ​ພຣະອົງ ຊຶ່ງ​ມີ​ຕໍ່​ເຮົາ​ທີ່​ເປັນ​ຄົນ​ບາບໜາ​ທີ່ສຸດ ເພື່ອ​ໃຫ້​ເປັນ​ແບບຢ່າງ​ສຳລັບ​ທຸກຄົນ ທີ່​ຈະ​ໄດ້​ເຊື່ອ​ໃນ​ພຣະອົງ ແລະ​ຮັບ​ຊີວິດ​ນິຣັນດອນ.


ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ດ້ວຍ​ວິທີ​ນີ້ ຈຶ່ງ​ຈະ​ເປັນ​ການ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນ ຊຶ່ງ​ຈະ​ເປັນ​ຮາກຖານ​ອັນ​ໝັ້ນຄົງ​ເພື່ອ​ອະນາຄົດ. ດັ່ງນັ້ນ ເຂົາ​ຈຶ່ງ​ຈະ​ສາມາດ​ຢຶດເອົາ​ຊີວິດ​ອັນ​ແທ້ຈິງ​ໄວ້​ໄດ້.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,


ເພື່ອ​ວ່າ ເມື່ອ​ຊົງ​ປະກາດ​ໄວ້​ວ່າ ພວກເຮົາ​ເປັນ​ຄົນ​ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ​ຕາມ​ຄວາມຫວັງ.


ເມື່ອ​ຊີວິດ​ນັ້ນ​ໄດ້​ມາ​ປາກົດ ພວກເຮົາ​ກໍໄດ້​ເຫັນ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ພະຍານ​ເຖິງ​ຊີວິດ​ນັ້ນ ແລະ​ປະກາດ​ແກ່​ພວກເຈົ້າ​ເຖິງ​ຊີວິດ​ນິຣັນດອນ ຊຶ່ງ​ໄດ້​ມີ​ຢູ່​ກັບ​ພຣະບິດາເຈົ້າ ແລະ​ໄດ້​ປາກົດ​ແກ່​ພວກເຮົາ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມຮັກ​ຂອງ​ພຣະເຈົ້າ ຄອຍຖ້າ​ພຣະ​ກະລຸນາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຈົນກວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka