Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:24 - ພຣະຄຳພີສັກສິ

24 ເຫດສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ ທີ່​ພວກເຈົ້າ​ໄດ້ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ ໄວ້​ໃນ​ຈິດໃຈ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຖື​ຮັກສາ​ຖ້ອຍຄຳ​ເຫຼົ່ານັ້ນ ພວກເຈົ້າ​ກໍ​ມີ​ຊີວິດ​ໃນ​ພຣະບຸດ ແລະ​ໃນ​ພຣະບິດາເຈົ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

24 ສຳລັບ​ພວກເຈົ້າ​ແລ້ວ, ຈົ່ງ​ໃຫ້​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ​ດຳລົງ​ຢູ່​ໃນ​ພວກເຈົ້າ. ຖ້າ​ສິ່ງ​ນີ້​ດຳລົງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ດຳລົງ​ຢູ່​ໃນ​ພຣະບຸດ ແລະ ໃນ​ພຣະບິດາເຈົ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:24
27 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຖື​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ຄວາມຈິງ, ປັນຍາ, ການ​ຮຽນຮູ້ ແລະ​ຄວາມ​ເຂົ້າໃຈ​ເປັນ​ຂອງ​ມີຄ່າ​ທີ່​ຄວນ​ຊື້​ຫາ​ມາ​ໄວ້ ສິ່ງ​ເຫຼົ່ານີ້​ທັງໝົດ​ມີຄ່າ​ສູງ​ທີ່ສຸດ ເກີນກວ່າ​ທີ່​ເຈົ້າ​ຈະ​ຂາຍ​ອອກ​ໄປ.


ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.


“ຈົ່ງ​ຈົດຈຳ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ນີ້​ໃຫ້​ດີ ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ທັງຫລາຍ.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ຜູ້ໃດ​ຮັກ​ເຮົາ ກໍ​ຈະ​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້ນັ້ນ ແລະ​ເຮົາ​ທັງສອງ​ຈະ​ມາ​ຫາ​ຜູ້ນັ້ນ ແລະ​ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້ນັ້ນ.


ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.


ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ​ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ຜູ້ນັ້ນ.


ພວກເຂົາ​ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ຕັ້ງແຕ່​ຕົ້ນ​ນັ້ນ​ແຫຼະ.


ພວກເຈົ້າ​ຊາວ​ຟີລິບປອຍ​ເອີຍ, ພວກເຈົ້າ​ກໍ​ຮູ້​ດີ​ຢູ່​ວ່າ ການ​ປະກາດ​ຂ່າວປະເສີດ​ໃນ​ຄັ້ງ​ທຳອິດ​ນັ້ນ ຄື​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ ແມ່ນ​ພວກເຈົ້າ​ຄຣິສຕະຈັກ​ດຽວ​ເທົ່ານັ້ນ ທີ່​ຊ່ວຍເຫລືອ​ເຮົາ ມີ​ແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ມີ​ສ່ວນ​ຮ່ວມ​ໃນ​ລາຍໄດ້​ລາຍຈ່າຍ​ກັບ​ເຮົາ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ພວກ​ທີ່ຮັກ​ເອີຍ, ເຮົາ​ບໍ່ໄດ້​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ແຕ່​ເປັນ​ກົດບັນຍັດ​ເກົ່າ ຊຶ່ງ​ເຈົ້າ​ທັງຫລາຍ​ມີ​ຢູ່​ຕັ້ງແຕ່​ເດີມ​ແລ້ວ, ກົດບັນຍັດ​ເກົ່າ​ນັ້ນ ຄື​ພຣະທຳ​ທີ່​ພວກເຈົ້າ​ໄດ້ຍິນ​ມາ​ແລ້ວ.


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ດັ່ງນີ້ແຫລະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ ເພາະ​ພຣະອົງ​ໄດ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຮົາ.


ຜູ້ໃດ​ຍອມ​ຮັບ​ວ່າ​ພຣະເຢຊູເຈົ້າ ຊົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ພຣະເຈົ້າ.


ຝ່າຍ​ເຮົາ​ທັງຫລາຍ​ໄດ້​ຮູ້ຈັກ ແລະ​ໄດ້​ເຊື່ອ​ໃນ​ຄວາມຮັກ​ທີ່​ພຣະເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກເຮົາ ພຣະເຈົ້າ​ຊົງ​ເປັນ​ຄວາມຮັກ ຜູ້ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມຮັກ ກໍ​ຢູ່​ໃນ​ພຣະເຈົ້າ ແລະ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ໃນ​ຜູ້ນັ້ນ.


ເພາະ​ຄວາມຈິງ​ດຳລົງ​ຢູ່​ໃນ​ພວກເຮົາ ແລະ​ມີ​ຢູ່​ກັບ​ພວກເຮົາ​ຊົ່ວ​ນິຣັນດອນ.


ຜູ້ໃດ​ທີ່​ລ່ວງເກີນ ບໍ່​ດຳລົງ​ຢູ່​ໃນ​ຄຳສອນ​ຂອງ​ພຣະຄຣິດ ຜູ້​ນັ້ນ​ກໍ​ບໍ່ມີ​ພຣະເຈົ້າ ຜູ້ໃດ​ທີ່​ດຳລົງ​ຢູ່​ໃນ​ຄຳສັ່ງສອນ​ນີ້ ກໍ​ມີ​ທັງ​ພຣະບິດາເຈົ້າ​ແລະ​ພຣະບຸດ.


ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ເມື່ອ​ພີ່ນ້ອງ​ຄຣິສຕຽນ​ບາງຄົນ​ໄດ້​ມາ​ຮອດ ແລະ​ເປັນ​ພະຍານ​ເຖິງ​ຄວາມ​ສັດຊື່​ຂອງ​ເຈົ້າ​ຕໍ່​ຄວາມຈິງ ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ເຄີຍ​ປະຕິບັດ​ຢູ່​ໃນ​ຄວາມຈິງ​ນັ້ນ.


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


ເຫດສະນັ້ນ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້ຍິນ​ຢ່າງ​ໃດ ຈົ່ງ​ຖື​ຮັກສາ​ແລະ​ກັບໃຈ​ເສຍ​ໃໝ່. ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເໝືອນ​ດັ່ງ​ຂະໂມຍ ແລະ​ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka