1 ໂຢຮັນ 2:20 - ພຣະຄຳພີສັກສິ20 ແຕ່ຝ່າຍພວກເຈົ້າໄດ້ຮັບການຊົງຫົດສົງຈາກພຣະອົງ ຜູ້ຊົງບໍຣິສຸດແລ້ວ, ພວກເຈົ້າທຸກຄົນກໍມີຄວາມຮູ້. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່20 ແຕ່ພວກເຈົ້າທັງຫລາຍໄດ້ຮັບການເຈີມຈາກອົງບໍລິສຸດແລ້ວ ແລະ ພວກເຈົ້າທຸກຄົນກໍຮູ້ຄວາມຈິງແລ້ວ. Uka jalj uñjjattʼäta |
ແຕ່ຝ່າຍເຈົ້າທັງຫລາຍ ການຊົງຫົດສົງທີ່ພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ກໍຍັງຕັ້ງຢູ່ກັບພວກເຈົ້າ ແລະພວກເຈົ້າບໍ່ຕ້ອງການໃຫ້ຜູ້ໃດສອນອີກ, ເພາະການຊົງຫົດສົງຂອງພຣະອົງ ກຳລັງສັ່ງສອນພວກເຈົ້າເຖິງທຸກສິ່ງ ແລະເປັນຄວາມຈິງ ບໍ່ແມ່ນຄວາມຕົວະ. ການຊົງຫົດສົງໄດ້ຊົງສອນເຈົ້າທັງຫລາຍຢ່າງໃດ ພວກເຈົ້າຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງຢ່າງນັ້ນ.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”