Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:19 - ພຣະຄຳພີສັກສິ

19 ພວກເຂົາ​ເຫຼົ່ານັ້ນ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ບໍ່ແມ່ນ​ຝ່າຍ​ພວກເຮົາ. ເພາະວ່າ ຖ້າ​ພວກເຂົາ​ແມ່ນ​ຝ່າຍ​ພວກເຮົາ ພວກເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ, (ແຕ່​ພວກເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາກົດ​ແຈ້ງ​ວ່າ ເຂົາ​ເຫຼົ່ານັ້ນ​ບໍ່ແມ່ນ​ຝ່າຍ​ພວກເຮົາ​ຈັກ​ຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:19
30 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄົນ​ຊອບທຳ​ນັ້ນ​ມີ​ຄວາມ​ອົດທົນ​ດົນນານ ຂໍ​ໃຫ້​ຜູ້​ທີ່​ມື​ສະອາດ​ດີ ມີ​ໃຈ​ເຂັ້ມແຂງ​ເຖິງ​ສອງເທົ່າ.


ສຳລັບ​ພຣະເຈົ້າຢາເວ​ພຣະອົງ​ຮັກ​ຄວາມ​ເປັນທຳ ແລະ​ບໍ່​ປ່ອຍປະ​ລະເລີຍ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ. ພຣະອົງ​ຄຸ້ມຄອງ​ເຂົາເຈົ້າ​ຕະຫລອດໄປ ແຕ່​ເຊື້ອສາຍ​ຂອງ​ຄົນຊົ່ວ​ຈະ​ຖືກ​ໄລ່​ໃຫ້​ໜີໄປ​ສິ້ນ.


ແມ່ນແຕ່​ໝູ່​ຜູ້​ດີ​ແທ້ໆ​ທີ່​ຂ້ານ້ອຍ​ໄວ້ວາງໃຈ ຜູ້​ທີ່​ຂ້ານ້ອຍ​ໃຫ້​ອາຫານ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຂ້ານ້ອຍ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ ແລະ​ໝໍ​ທຳນວາຍ​ຂີ້ໂລບ​ຫລາຍ​ຄົນ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.


ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ພວກເຮົາ​ໄດ້ຍິນ​ຂ່າວ​ວ່າ ມີ​ບາງຄົນ​ໃນ​ພວກເຮົາ ໄດ້​ອອກ​ໄປ​ລົບກວນ​ຈິດໃຈ ແລະ​ເຮັດ​ໃຫ້​ພີ່ນ້ອງ​ເກີດ​ຄວາມ​ສັບສົນ​ໄປ ດ້ວຍ​ຄຳ​ເວົ້າ​ຂອງ​ພວກເຂົາ, ພວກເຮົາ​ບໍ່ໄດ້​ອອກ​ຄຳສັ່ງ​ໃດໆ ໃຫ້​ພວກເຂົາ​ເຮັດ​ສິ່ງ​ນີ້​ເລີຍ.


ໃນ​ທ່າມກາງ​ພວກທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມຈິງ ແລະ​ຊັກຊວນ​ເອົາ​ຄົນ​ທີ່ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກເຂົາ.


ແຕ່​ບໍ່ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ຫລົ້ມເຫລວ​ໄປ ເພາະວ່າ​ເຂົາ​ທັງຫລາຍ​ທີ່​ເກີດ​ມາ​ຈາກ​ອິດສະຣາເອນ​ນັ້ນ ກໍ​ບໍ່ແມ່ນ​ວ່າ​ເປັນ​ອິດສະຣາເອນ​ແທ້​ທຸກຄົນ.


ເພາະ​ຈຳເປັນ​ຕ້ອງ​ມີ​ການ​ຂັດແຍ້ງ​ກັນ​ຢູ່​ແດ່ ໃນ​ທ່າມກາງ​ພວກເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກເຈົ້າ​ນັ້ນ​ຈະ​ໄດ້​ປາກົດ​ແຈ້ງ​ຂຶ້ນ.


ວ່າ​ມີ​ຄົນ​ຊົ່ວຮ້າຍ​ທີ່​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ໄດ້​ຊັກຊວນ​ປະຊາຊົນ​ໃນ​ເມືອງ​ນັ້ນ​ໄປ​ໃນ​ທາງ​ຜິດ ຄື​ໃຫ້​ຂາບໄຫວ້​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ.


ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ແຕ່​ເຂົາ​ກ້າວ​ໜ້າ​ຕໍ່ໄປ​ອີກ​ບໍ່ໄດ້ ເພາະວ່າ​ຄວາມ​ໂງ່​ຂອງ​ເຂົາ​ນັ້ນ ຈະ​ປາກົດ​ແຈ້ງ​ແກ່​ຄົນ​ທັງປວງ ເໝືອນ​ດັ່ງ​ຄວາມ​ໂງ່​ຂອງ​ຊາຍ​ສອງ​ຄົນ​ນັ້ນ.


ສ່ວນ​ພວກເຮົາ ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ ຈົນເຖິງ​ຄວາມ​ຈິບຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ຈຶ່ງ​ຮັກສາ​ຊີວິດ​ແລະ​ຈິດໃຈ​ຂອງຕົນ​ໄວ້​ໃຫ້​ພົ້ນ​ໄດ້.


ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ແມ່ນ​ພວກ​ຄົນ​ເຫຼົ່ານີ້​ແຫຼະ ທີ່​ສ້າງ​ຄວາມ​ແຕກແຍກ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຝ່າຍ​ເນື້ອໜັງ ແລະ​ບໍ່ມີ​ພຣະວິນຍານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka