Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:18 - ພຣະຄຳພີສັກສິ

18 ລູກ​ທັງຫລາຍ​ເອີຍ, ບັດນີ້​ເປັນ​ເວລາ​ສຸດທ້າຍ​ແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງຫລາຍ​ໄດ້ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່ສູ້​ພຣະຄຣິດ​ຈະ​ມີ​ມາ ບັດນີ້​ຜູ້​ຕໍ່ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ. ສະນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ສຸດທ້າຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:18
24 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ກໍ​ຈະ​ເກີດຂຶ້ນ ເພື່ອ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ເພາະ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມຊື່​ຂອງເຮົາ​ໂດຍ​ເວົ້າ​ວ່າ ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ,’ ແລະ ພວກເຂົາ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ເສຍ​ໄປ.


ດ້ວຍວ່າ, ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງເຮົາ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ’ ແລະ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.


ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ລູກ​ເອີຍ ພວກເຈົ້າ​ມີ​ຂອງ​ກິນ​ບໍ່?” ພວກເພິ່ນ​ຕອບ​ພຣະອົງ​ວ່າ, “ບໍ່ມີ.”


ນອກ​ນີ້​ພວກເຈົ້າ​ຮູ້​ວ່າ, ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ. ດ້ວຍວ່າ, ເວລາ​ທີ່​ພວກເຮົາ​ຈະ​ພົ້ນ​ນັ້ນ ກໍ​ໃກ້​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນ​ທຳອິດ​ນັ້ນ.


ກາງຄືນ​ກໍ​ລ່ວງໄປ​ຫລາຍ​ແລ້ວ ແລະ​ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມມືດ ແລະ​ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.


ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.


ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຍຸກ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ.


ແມ່ນ​ຜູ້ໃດ​ເປັນ​ຜູ້​ເວົ້າ​ຕົວະ ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ ພຣະເຢຊູເຈົ້າ​ບໍ່ແມ່ນ​ພຣະຄຣິດ ຜູ້​ທີ່​ປະຕິເສດ​ພຣະບິດາເຈົ້າ​ແລະ​ພຣະບຸດ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ຕໍ່ສູ້​ພຣະຄຣິດ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ ວິນຍານ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ. ວິນຍານ​ນັ້ນ​ແຫຼະ ເປັນ​ວິນຍານ​ຂອງ​ຜູ້​ຕໍ່ສູ້​ພຣະຄຣິດ ຊຶ່ງ​ພວກເຈົ້າ​ໄດ້ຍິນ​ວ່າ​ຈະ​ມາ ແລະ​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.


ຜູ້​ຫລອກລວງ​ຫລາຍ​ຄົນ​ໄດ້​ອອກ​ໄປ​ທົ່ວ​ໂລກ​ແລ້ວ ເປັນ​ພວກ​ທີ່​ບໍ່​ຍອມ​ຮັບ​ວ່າ ພຣະເຢຊູ​ຄຣິດເຈົ້າ​ໄດ້​ສະເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະນຸດ. ຄົນ​ຢ່າງ​ນັ້ນ​ແຫຼະ ເປັນ​ຜູ້​ຫລອກລວງ ແລະ​ເປັນ​ສັດຕູ​ຂອງ​ພຣະຄຣິດ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka