Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:16 - ພຣະຄຳພີສັກສິ

16 ເພາະ​ສາລະພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນຫາ​ຂອງ​ເນື້ອກາຍ ຕັນຫາ​ຂອງ​ຕາ ແລະ​ຄວາມ​ອວດອ້າງ​ເປົ່າໆ​ໃນ​ຊີວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະບິດາເຈົ້າ ແຕ່​ເກີດ​ມາ​ຈາກ​ໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ທຸກສິ່ງ​ທີ່​ຢູ່​ໃນ​ໂລກ​ບໍ່​ວ່າ​ຈະ​ເປັນ​ຕັນຫາ​ຂອງ​ເນື້ອໜັງ, ຕັນຫາ​ຂອງ​ຕາ ແລະ ຄວາມ​ອວດອົ່ງ​ຂອງ​ຊີວິດ ເຊິ່ງ​ບໍ່​ໄດ້​ມາ​ຈາກ​ພຣະບິດາເຈົ້າ​ແຕ່​ມາ​ຈາກ​ໂລກ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:16
34 Jak'a apnaqawi uñst'ayäwi  

ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.


ຂ້ອຍ​ໄດ້​ເຮັດ​ສັນຍາ​ຢ່າງ​ໜຶ່ງ​ໜັກແໜ້ນ​ຈິງໃຈ ຄື​ບໍ່​ແນມເບິ່ງ​ຜູ້ຍິງ​ດ້ວຍ​ຕັນຫາ​ຄວາມຢາກ.


ສະນັ້ນ ຄວາມ​ຈອງຫອງ​ຈຶ່ງ​ກ້ຽວ​ຄໍ ເໝືອນ​ດັ່ງ​ສາຍສ້ອຍ​ຄ້ອງ​ຄໍ​ພວກເຂົາ ແລະ​ຄວາມ​ຮຸນແຮງ​ຫຸ້ມ​ຕົວ​ພວກເຂົາ ເໝືອນ​ດັ່ງ​ສວມ​ເສື້ອຄຸມ


ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.


ແຕ່​ພວກເຂົາ​ຍັງ​ຫິວ​ກະຫາຍ​ບໍ່​ອີ່ມ​ພໍ ໃນ​ຂະນະທີ່​ອາຫານ​ຍັງ​ເຕັມ​ຢູ່​ໃນ​ປາກ​ນັ້ນ


ນະຣົກ​ແລະ​ແດນ​ຄົນຕາຍ​ບໍ່​ຈັກ​ອີ່ມ​ສັນໃດ ຕັນຫາ​ຂອງ​ຄົນ​ກໍ​ບໍ່ມີ​ທີ່​ສິ້ນສຸດ​ເປັນ​ສັນນັ້ນ.


ຢ່າ​ໃຫ້​ຄວາມງາມ​ຂອງ​ນາງ​ເປັນ​ທີ່​ຍົວະເຍົ້າ​ໃຈ​ເຈົ້າ​ໄດ້ ຢ່າ​ໃຫ້​ສາຍຕາ​ອັນ​ຫວານ​ແກມລວງ​ຂອງ​ນາງ ເປັນ​ແຮ້ວ​ດັກຈັບ​ເຈົ້າ​ໄດ້.


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ພວກເຂົາ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ກິບໂຣດ ຮັດຕາອາວາ (ຊຶ່ງ​ໝາຍຄວາມວ່າ “ຂຸມຝັງສົບ​ຂອງ​ຜູ້​ຢາກກິນ​ແຮງ”) ເພາະ​ໃນ​ທີ່ນັ້ນ​ແມ່ນ​ບ່ອນ​ຝັງສົບ​ຂອງ​ຄົນ​ທີ່​ອຶດຫິວ​ຊີ້ນ​ກິນ​ເປັນ​ອາຫານ.


ມີ​ພວກ​ຄົນ​ມັກໂລບ​ບາງຄົນ​ໄດ້​ເດີນທາງ​ໄປ​ກັບ​ຊາວ​ອິດສະຣາເອນ. ພວກເຂົາ​ຢາກ​ກິນ​ຊີ້ນ​ຫລາຍ​ທີ່ສຸດ ແລະ​ແມ່ນແຕ່​ຊາວ​ອິດສະຣາເອນ​ເອງ​ກໍໄດ້​ເລີ່ມ​ຕໍ່ວ່າ​ຕໍ່ຂານ​ວ່າ, “ພວກເຮົາ​ຢາກ​ກິນ​ຊີ້ນ​ເຫລືອເກີນ


ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ.


ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ແມ່ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງເກີນ​ຍິງ​ນັ້ນ ຜູ້ນັ້ນ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.


ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ຂຶ້ນ​ໄປ ແລະ​ສະແດງ​ໃຫ້​ເຫັນ​ໃນ​ພິບ​ຕາ​ດຽວ ເຖິງ​ອານາຈັກ​ທັງໝົດ​ແຫ່ງ​ໂລກນີ້.


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ເຫດການ​ທັງໝົດ​ເຫຼົ່ານີ້ ເປັນ​ຕົວຢ່າງ​ສຳລັບ​ພວກເຮົາ ເພື່ອ​ເຕືອນ​ພວກເຮົາ​ບໍ່​ໃຫ້​ມີ​ໃຈ​ປາຖະໜາ​ຊົ່ວ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.


ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.


ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ປັນຍາ​ຢ່າງ​ນີ້ ບໍ່ໄດ້​ມາ​ຈາກ​ເບື້ອງ​ເທິງ ແຕ່​ເປັນ​ປັນຍາ​ຂອງ​ຝ່າຍ​ໂລກນີ້, ເປັນ​ຢ່າງ​ທຳມະດາ​ມະນຸດ​ແລະ​ເປັນ​ຢ່າງ​ມານຮ້າຍ.


ແຕ່​ວ່າ​ດຽວ​ນີ້ ເຈົ້າ​ທັງຫລາຍ​ໂອ້ອວດ​ດ້ວຍ​ຄວາມ​ຖື​ຕົວ, ການ​ໂອ້ອວດ​ຢ່າງ​ນີ້ ກໍ​ລ້ວນແຕ່​ເປັນ​ຄວາມຊົ່ວ.


ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”


ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka