Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:15 - ພຣະຄຳພີສັກສິ

15 ຢ່າ​ຮັກ​ໂລກ ຫລື​ສິ່ງ​ຂອງ​ທີ່​ມີ​ຢູ່​ໃນ​ໂລກ ຖ້າ​ຜູ້ໃດ​ຮັກ​ໂລກ ຄວາມຮັກ​ຂອງ​ພຣະບິດາເຈົ້າ​ກໍ​ບໍ່​ຢູ່​ໃນ​ຜູ້ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ຢ່າ​ຮັກ​ໂລກ ຫລື ສິ່ງໃດ​ທີ່​ຢູ່​ໃນ​ໂລກ. ຖ້າ​ຜູ້ໃດ​ຮັກ​ໂລກ, ຄວາມຮັກ​ຂອງ​ພຣະບິດາເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:15
15 Jak'a apnaqawi uñst'ayäwi  

ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ.


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຮັກ​ນາຍ​ຜູ້​ນີ້ ແລະ​ຈະ​ຊັງ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດພັນ​ກັບ​ນາຍ​ຜູ້​ນີ້ ແລະ​ຈະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພຣະເຈົ້າ ແລະ​ຮັບໃຊ້​ເງິນຄຳ​ພ້ອມ​ກັນ​ບໍ່ໄດ້.”


ຖ້າ​ເຈົ້າ​ທັງຫລາຍ​ເປັນ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ເຈົ້າ​ທັງຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ຈາກ​ໂລກນີ້ ເພາະສະນັ້ນ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ໃນ​ເວລາ​ນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕາມ​ທາງ​ອັນ​ຊົ່ວຊ້າ​ແຫ່ງ​ໂລກນີ້ ຄື​ພວກເຈົ້າ​ເຊື່ອຟັງ​ຕາມ​ຜູ້​ທີ່​ມີ​ຣິດອຳນາດ​ປົກຄອງ​ຢູ່​ໃນ​ຍ່ານ​ອາກາດ ຄື​ວິນຍານ​ຊຶ່ງ​ຄອບງຳ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ບໍ່​ເຊື່ອຟັງ​ພຣະເຈົ້າ.


ເພາະວ່າ​ການ​ຮັກ​ເງິນຄຳ​ເປັນ​ເຄົ້າມູນ​ຂອງ​ຄວາມຊົ່ວ​ທຸກຢ່າງ ແລະ​ເພາະ​ຄວາມ​ໂລບ​ນີ້​ແຫຼະ ຈຶ່ງ​ຊັກຈູງ​ບາງຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ ດ້ວຍ​ຄວາມ​ເຈັບແສບ​ຫລາຍ​ປະການ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ໂອ ຄົນ​ຫລິ້ນຊູ້​ເອີຍ, ພວກເຈົ້າ​ບໍ່​ຮູ້​ຫລື​ວ່າ ການ​ເປັນ​ມິດ​ຕໍ່​ໂລກ ກໍ​ຄື​ການ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ? ສະນັ້ນ ຜູ້ໃດ​ທີ່​ຢາກ​ເປັນ​ມິດ​ຕໍ່​ໂລກ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ.


ແຕ່​ຖ້າ​ຜູ້ໃດ​ມີ​ຊັບສົມບັດ​ໃນ​ໂລກນີ້ ແລະ​ເຫັນ​ພີ່ນ້ອງ​ຂອງຕົນ​ຂັດສົນ ແລ້ວ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດຕາ​ຊ່ວຍເຫລືອ​ຜູ້ນັ້ນ ຄວາມຮັກ​ຕໍ່​ພຣະເຈົ້າ​ຈະ​ດຳລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ.


ຜູ້ທຳນວາຍ​ປອມ​ເຫຼົ່ານັ້ນ​ເວົ້າ​ກ່ຽວກັບ​ເລື່ອງ​ຂອງ​ໂລກ ແລະ​ເປັນ​ຂອງ​ໂລກ. ສະນັ້ນ ໂລກ​ຈຶ່ງ​ເຊື່ອຟັງ​ພວກເຂົາ.


ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka