Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:13 - ພຣະຄຳພີສັກສິ

13 ພໍ່​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ບິດາ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:13
36 Jak'a apnaqawi uñst'ayäwi  

ທັງ​ຊາຍໜຸ່ມ​ຍິງສາວ ແລະ​ພວກ​ຜູ້ເຖົ້າ ພ້ອມທັງ​ພວກ​ເດັກນ້ອຍ.


ກ່ອນ​ທີ່​ພູຜາ​ປ່າໄມ້​ຖືກ​ສ້າງ​ຂຶ້ນ​ມາ ກ່ອນ​ທີ່​ໂລກ​ເຮົາ​ດຳລົງ​ຄົງຕົວ​ຢູ່​ຢ່າງ​ນີ້ ພຣະອົງ​ເປັນ​ພຣະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິຣັນການ ແລະ​ເປັນ​ພຣະເຈົ້າ​ທີ່​ດຳລົງ​ຢູ່​ສືບໄປ​ເປັນນິດ.


ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຊ່ວຍ​ຜູ້​ທີ່​ຮັກ​ເຮົາ​ໃຫ້​ພົ້ນໄພ ແລະ​ປົກປ້ອງ​ຮັກສາ​ຜູ້​ທີ່​ຍອມ​ຮັບຮູ້​ນາມຊື່​ຂອງເຮົາ.”


ສັກສີ​ຂອງ​ຄົນໜຸ່ມ​ຄື​ກຳລັງ, ແຕ່​ຄວາມ​ສະຫງ່າງາມ​ຂອງ​ຜູ້ເຖົ້າ​ຄື​ຜົມຫງອກ.


ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້; ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.


ດິນແດນ​ນັ້ນ​ຈະ​ງາມ​ແລະ​ອຸດົມສົມບູນ​ຍິ່ງ ຄົນໜຸ່ມ​ຈະ​ເຂັ້ມແຂງ​ດ້ວຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ຜູ້ໃດ​ທີ່​ໄດ້ຍິນ​ພຣະທຳ​ເລື່ອງ​ຣາຊອານາຈັກ​ສະຫວັນ ແຕ່​ບໍ່​ເຂົ້າໃຈ​ກໍ​ຄ້າຍ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານຊົ່ວຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ​ເສຍ.


ສ່ວນ​ນາ​ນັ້ນ​ແມ່ນ​ໂລກນີ້, ເຂົ້າ​ດີ​ແມ່ນ​ປະຊາຊົນ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ສ່ວນ​ເຂົ້າ​ນົກ​ແມ່ນ​ປະຊາຊົນ​ຂອງ​ມານຊົ່ວຮ້າຍ,


ແຕ່​ຈົ່ງ​ໃຫ້​ຖ້ອຍຄຳ​ຂອງ​ເຈົ້າ​ເປັນ​ດັ່ງນີ້, ‘ແມ່ນ’ ກໍ​ວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍ​ວ່າ ‘ບໍ່ແມ່ນ’ ສ່ວນ​ຄຳເວົ້າ​ທີ່​ເກີນ​ກວ່າ​ນີ້​ແມ່ນ​ມາ​ຈາກ​ມານຊົ່ວຮ້າຍ.”


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ບັດນີ້ ເຈົ້າ​ທັງຫລາຍ​ຮູ້ຈັກ​ເຮົາ​ແລ້ວ ແລະ​ພວກເຈົ້າ​ກໍ​ຈະ​ຮູ້ຈັກ ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຮູ້ຈັກ​ພຣະອົງ ແລະ​ໄດ້​ເຫັນ​ພຣະອົງ​ແລ້ວ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ຟີລິບ​ເອີຍ ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ຕັ້ງ​ດົນນານ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ເຮົາ​ບໍ? ຜູ້​ທີ່​ໄດ້​ເຫັນ​ເຮົາ ກໍໄດ້​ເຫັນ​ພຣະບິດາເຈົ້າ ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເຫັນ​ພຣະບິດາເຈົ້າ​ແດ່ທ້ອນ?’


ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ແລະ​ບໍ່​ຮູ້ຈັກ​ເຮົາ​ດ້ວຍ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ເພື່ອ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ອັນໜຶ່ງ​ອັນດຽວກັນ, ໂອ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ພວກເຂົາ​ຢູ່​ໃນ​ເຮົາ​ທັງສອງ​ເໝືອນ​ກັນ ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ.


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ພວກເຂົາ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ​ແລະ​ພຣະບິດາເຈົ້າ​ຂອງເຮົາ ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຄົງ​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.”


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ


ໃນທຳນອງ​ດຽວກັນ ຈົ່ງ​ຕັກເຕືອນ​ພວກ​ຊາຍ​ໜຸ່ມ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ.


ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.


ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ​ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.


ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ການບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ ຍ້ອນ​ເຫັນແກ່​ພຣະນາມ​ຂອງ​ພຣະອົງ.


ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ ເພາະ​ພວກເຈົ້າ​ມີ​ກຳລັງ​ແຂງແຮງ, ພຣະທຳ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ຢູ່​ໃນ​ພວກເຈົ້າ ແລະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຝ່າຍ​ພຣະເຈົ້າ ແລະ​ໄດ້​ຊະນະ​ເຂົາ​ເຫຼົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊົງ​ເປັນ​ໃຫຍ່​ກວ່າ​ຜູ້ນັ້ນ​ທີ່​ຢູ່​ໃນ​ໂລກ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ, ແຕ່​ພຣະອົງ​ຜູ້​ຊົງ​ບັງເກີດ​ແຕ່​ພຣະເຈົ້າ ກໍ​ຊົງ​ຮັກສາ​ຄົນ​ນັ້ນ ແລະ​ມານຊົ່ວຮ້າຍ​ບໍ່​ສາມາດ​ຈັບ​ຕ້ອງ​ຄົນ​ນັ້ນ​ໄດ້.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ທີ່​ມີ​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ຢູ່​ໃນ​ສວນ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka