Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:11 - ພຣະຄຳພີສັກສິ

11 ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:11
16 Jak'a apnaqawi uñst'ayäwi  

ສ່ວນ​ອັບຊາໂລມ​ກໍ​ກຽດຊັງ​ອຳໂນນ​ຫລາຍ​ທີ່ສຸດ ຈົນ​ລາວ​ບໍ່​ຍອມ​ເວົ້າຈາ​ກັບ​ອຳໂນນ​ອີກ​ຕໍ່ໄປ ຍ້ອນ​ລາວ​ໄດ້​ຂົ່ມຂືນ​ຕາມາ ນ້ອງສາວ​ຂອງຕົນ.


ສ່ວນ​ທາງ​ຂອງ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ມືດມິດ​ດັ່ງ​ກາງຄືນ. ພວກເຂົາ​ລົ້ມລົງ​ແຕ່​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ສະດຸດ​ລົ້ມ​ນັ້ນ​ໄດ້.


ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.


ຢ່າ​ຮັກສາ​ຄວາມ​ກຽດຊັງ​ພີ່ນ້ອງ​ໄວ້​ໃນ​ໃຈ ແຕ່​ຈົ່ງ​ສະສາງ​ຄວາມ​ຂັດແຍ້ງ​ກັນ​ກັບ​ຜູ້ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ໃນ​ໂທດ​ຂອງ​ລາວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ພວກເຂົາ​ບອດ​ໄປ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງ​ກະດ້າງ ຢ້ານ​ວ່າ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ ແລະ ສັງເກດ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ກັບ​ໃຈ​ໃໝ່ ເຮົາ​ຈະ​ຮັກສາ​ໃຫ້​ພວກເຂົາ​ດີ.”


ແຕ່​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ​ແທ້ຈິງ​ຈົນເຖິງ​ທຸກ​ວັນນີ້ ເມື່ອ​ພວກເຂົາ​ອ່ານ​ໜັງສື​ແຫ່ງ​ພັນທະສັນຍາ​ເດີມ ຈິດໃຈ​ຂອງ​ພວກເຂົາ​ກໍ​ຍັງ​ຖືກ​ປົກຄຸມ​ຢູ່​ດ້ວຍ​ຜ້າປົກ​ໜ້າ​ຢ່າງ​ດຽວກັນ ເພາະ​ຜ້າປົກ​ໜ້າ​ນັ້ນ​ຖືກ​ເປີດ​ອອກ​ໂດຍ​ພຣະຄຣິດ​ເທົ່ານັ້ນ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ເພາະວ່າ ຜູ້ໃດ​ທີ່​ຂາດ​ສິ່ງ​ເຫຼົ່ານີ້ ກໍ​ເປັນ​ຄົນ​ຕາບອດ, ຕາ​ສັ້ນ ແລະ​ລືມ​ໄປ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະລ້າງ ຈາກ​ຜິດບາບ​ອັນ​ເກົ່າ​ກ່ອນ​ຂອງຕົນ​ເສຍ​ແລ້ວ.


ຖ້າ​ພວກເຮົາ​ບອກ​ວ່າ ພວກເຮົາ​ຮ່ວມ​ສາມັກຄີທຳ​ກັບ​ພຣະອົງ, ແຕ່​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ​ທັງ​ຄຳ​ເວົ້າ​ແລະ​ການ​ກະທຳ​ພ້ອມໆ​ກັນ.


ຜູ້​ທີ່​ຮັກ​ພີ່ນ້ອງ​ຂອງຕົນ ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສະຫວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະດຸດ​ໃຈ​ກໍ​ບໍ່ມີ​ໃນ​ຄົນ​ນັ້ນ.


ຜູ້ໃດ​ທີ່​ເວົ້າ​ວ່າ ຕົນ​ຢູ່​ໃນ​ຄວາມ​ສະຫວ່າງ ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ​ຈົນເຖິງ​ດຽວ​ນີ້.


ທຸກຄົນ​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ເປັນ​ຜູ້​ຂ້າຄົນ ພວກເຈົ້າ​ຮູ້​ແລ້ວ​ວ່າ ຜູ້​ຂ້າຄົນ​ບໍ່ມີ​ຊີວິດ​ນິຣັນດອນ​ຕັ້ງ​ຢູ່​ໃນ​ເຂົາ​ເລີຍ.


ຖ້າ​ຜູ້ໃດ​ເວົ້າ​ວ່າ, “ຂ້າພະເຈົ້າ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ​ຢູ່ ຜູ້ນັ້ນ​ກໍ​ເປັນ​ຄົນ​ຂີ້ຕົວະ. ດ້ວຍວ່າ, ເມື່ອ​ລາວ​ບໍ່​ຮັກ​ພີ່ນ້ອງ​ທີ່​ຕາ​ເຫັນ​ແລ້ວ ຈະ​ສາມາດ​ຮັກ​ພຣະເຈົ້າ​ທີ່​ຕາ​ບໍ່​ເຫັນ​ໄດ້​ຢ່າງ​ໃດ?


ເພາະ​ເຈົ້າ​ເວົ້າ​ວ່າ, ‘ຂ້ອຍ​ຮັ່ງມີ​ເປັນ​ດີ​ແລ້ວ ຂ້ອຍ​ບໍ່​ຕ້ອງການ​ສິ່ງໃດໆ​ອີກ.’ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ທຸກໄຮ້​ເຂັນໃຈ ແລະ​ເປັນ​ຄົນ​ໜ້າສົງສານ​ສໍ່າໃດ ເປັນ​ຄົນ​ຂັດສົນ ເປັນ​ຄົນ​ຕາບອດ​ແລະ​ເປືອຍກາຍ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka