Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 2:1 - ພຣະຄຳພີສັກສິ

1 ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຂໍ້ຄວາມ​ເຫຼົ່ານີ້​ມາ​ເຖິງ​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກເຮົາ​ກໍ​ມີ​ທະນາຍຄວາມ ຄື​ພຣະເຢຊູ​ຄຣິດເຈົ້າ ຜູ້​ຊົງ​ທ່ຽງທຳ​ທີ່​ສະຖິດ​ຢູ່​ກັບ​ພຣະບິດາເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.

Uka jalj uñjjattʼäta Copia luraña




1 ໂຢຮັນ 2:1
47 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ເຮັດ​ບາບ ຈົ່ງ​ຄິດເຖິງ​ເລື່ອງ​ນີ້​ໃຫ້​ເລິກເຊິ່ງ ເມື່ອ​ເຈົ້າ​ນອນ​ຢູ່​ເທິງ​ຕຽງ​ຢ່າງ​ມິດງຽບ.


ຖ້າ​ເຈົ້າ​ຕັກເຕືອນ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ບໍ່​ໃຫ້​ເຮັດ​ບາບ ແລະ​ລາວ​ເຊື່ອຟັງ​ເຈົ້າ​ໂດຍ​ບໍ່​ເຮັດ​ບາບ​ນັ້ນ ລາວ​ຈະ​ມີ​ຊີວິດ​ຢູ່ ແລະ​ເຈົ້າ​ກໍ​ໄດ້​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້.”


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ເໝືອນ​ດັ່ງ​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ​ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ເຮົາ​ເຕັມໃຈ​ສະຫລະ​ຊີວິດ​ເພື່ອ​ຝູງແກະ​ຂອງເຮົາ.


ລູກນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຍັງ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ບໍ່​ດົນ ພວກເຈົ້າ​ຈະ​ຊອກ​ຫາ​ເຮົາ ແລະ​ເໝືອນ​ເຮົາ​ໄດ້​ບອກ​ພວກ​ເຈົ້ານາຍ​ຢິວ​ວ່າ, ‘ບ່ອນ​ທີ່​ເຮົາ​ໄປ​ນັ້ນ ພວກເຈົ້າ​ໄປ​ບໍ່ໄດ້.’


ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະບິດາເຈົ້າ ແລະ​ພຣະອົງ​ຈະ​ຊົງ​ປະທານ​ພຣະຜູ້​ຊ່ວຍ​ອີກ​ອົງ​ໜຶ່ງ​ແກ່​ພວກເຈົ້າ ເພື່ອ​ຈະ​ຢູ່​ກັບ​ພວກເຈົ້າ​ຕະຫລອດໄປ​ເປັນນິດ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ລູກ​ເອີຍ ພວກເຈົ້າ​ມີ​ຂອງ​ກິນ​ບໍ່?” ພວກເພິ່ນ​ຕອບ​ພຣະອົງ​ວ່າ, “ບໍ່ມີ.”


ພາຍຫລັງມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ພຣະວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ດີ​ພະຍາດ​ແລ້ວ ຢ່າ​ສູ່​ເຮັດ​ບາບ​ອີກ​ຕໍ່ໄປ ຢ້ານ​ວ່າ​ຈະ​ມີ​ເຫດຮ້າຍ​ຫລາຍກວ່າ​ນັ້ນ​ເກີດຂຶ້ນ​ກັບ​ເຈົ້າ.”


ແຕ່​ເຮົາ​ມີ​ຄຳ​ພະຍານ​ທີ່​ສຳຄັນ​ກວ່າ​ຄຳ​ພະຍານ​ຂອງ​ໂຢຮັນ​ອີກ​ຄື: ວຽກງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ແມ່ນ​ງານ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ນາງ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ບໍ່ມີ​ຜູ້ໃດ​ແລ້ວ.” ພຣະເຢຊູເຈົ້າ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ກໍ​ບໍ່​ລົງໂທດ​ເຈົ້າ​ເໝືອນກັນ ຈົ່ງ​ໄປ​ສາ ຕໍ່ໄປ​ຢ່າ​ເຮັດ​ບາບ​ອີກ.”]


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຈະ​ເຮັດ​ບາບ ເພາະ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ


ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ


ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.


ໂດຍ​ທາງ​ພຣະອົງ​ນີ້​ແຫຼະ ທີ່​ພວກເຮົາ​ທັງສອງ​ພວກ​ສາມາດ​ເຂົ້າ​ມາ​ເຝົ້າ​ພຣະບິດາເຈົ້າ ໂດຍ​ພຣະວິນຍານ​ອົງ​ດຽວກັນ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


ເຮົາ​ຫວັງ​ວ່າ ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເຮົາ​ຈຶ່ງ​ຂຽນ​ຈົດໝາຍ​ນີ້ ເຖິງ​ພວກເຈົ້າ​ກໍ​ເພື່ອ​ວ່າ,


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ພວກເຮົາ​ໃຊ້​ລີ້ນ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ​ຄື ພຣະບິດາເຈົ້າ, ທັງ​ໃຊ້​ລີ້ນ​ປ້ອຍດ່າ​ເພື່ອນ​ມະນຸດ​ດ້ວຍ​ກັນ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສ້າງ​ຕາມ​ພຣະ​ລັກສະນະ​ຂອງ​ພຣະອົງ.


ພຣະອົງ​ບໍ່ໄດ້​ເຮັດ​ບາບ​ຈັກ​ປະການ ແລະ​ຄວາມ​ຕົວະ​ຈາກ​ປາກ​ຂອງ​ພຣະອົງ​ກໍ​ບໍ່ມີ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ​ແລະ​ດ້ວຍ​ປາກ​ເທົ່ານັ້ນ, ແຕ່​ຈົ່ງ​ສະແດງ​ຄວາມຮັກ​ອັນ​ແທ້ຈິງ​ດ້ວຍ​ການ​ກະທຳ.


ພວກເຈົ້າ​ຮູ້​ວ່າ​ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຍົກ​ເອົາ​ບາບກຳ​ຂອງ​ມະນຸດ ແລະ​ໃນ​ພຣະອົງ​ນັ້ນ​ບໍ່ມີ​ບາບ​ເລີຍ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ກໍ​ເປັນ​ຜູ້​ທ່ຽງທຳ ເໝືອນ​ພຣະອົງ​ຜູ້​ຊົງ​ທ່ຽງທຳ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຝ່າຍ​ພຣະເຈົ້າ ແລະ​ໄດ້​ຊະນະ​ເຂົາ​ເຫຼົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊົງ​ເປັນ​ໃຫຍ່​ກວ່າ​ຜູ້ນັ້ນ​ທີ່​ຢູ່​ໃນ​ໂລກ.


ການ​ອະທຳ​ທຸກຢ່າງ​ກໍ​ເປັນ​ຜິດບາບ ແຕ່​ການບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່.


ລູກ​ນ້ອຍ​ທັງຫລາຍ​ຂອງເຮົາ​ເອີຍ ຈົ່ງ​ລະວັງ​ຮັກສາ​ຕົນ​ຈາກ​ບັນດາ​ຮູບເຄົາຣົບ.


ບໍ່ມີ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫລາຍ​ໄປ​ກວ່າ​ທີ່​ໄດ້ຍິນ​ວ່າ, ບັນດາ​ລູກ​ຂອງເຮົາ​ໄດ້​ປະຕິບັດ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka