1 ໂຢຮັນ 1:9 - ພຣະຄຳພີສັກສິ9 ຖ້າເຮົາທັງຫລາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫລາຍຈາກການອະທຳໝົດສິ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ຖ້າພວກເຮົາສາລະພາບບາບທັງຫລາຍຂອງພວກເຮົາ, ພຣະອົງສັດຊື່ ແລະ ທ່ຽງທຳຈະອະໄພບາບຂອງພວກເຮົາ ແລະ ຊຳລະພວກເຮົາໃຫ້ພົ້ນຈາກຄວາມອະທຳທັງໝົດ. Uka jalj uñjjattʼäta |
ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາອະທິຖານທັງເວັນທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄືປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບວ່າ, ພວກຂ້ານ້ອຍ ຄືປະຊາຊົນອິດສະຣາເອນໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ.
ພວກເຂົາຈະບໍ່ປະພຶດຕົນໃຫ້ເປັນມົນທິນ ໂດຍຂາບໄຫວ້ຮູບເຄົາຣົບອັນໜ້າກຽດຊັງ ຫລືປະພຶດຕົນເອງໃຫ້ເສື່ອມເສຍຍ້ອນການບາບອີກ. ເຮົາຈະໃຫ້ພວກເຂົາພົ້ນຈາກການເຮັດຊົ່ວ ແລະການທໍລະຍົດທຸກຢ່າງທີ່ຕໍ່ສູ້ເຮົາ. ເຮົາຈະຊຳລະພວກເຂົາໃຫ້ບໍຣິສຸດ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.