Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂຢຮັນ 1:6 - ພຣະຄຳພີສັກສິ

6 ຖ້າ​ພວກເຮົາ​ບອກ​ວ່າ ພວກເຮົາ​ຮ່ວມ​ສາມັກຄີທຳ​ກັບ​ພຣະອົງ, ແຕ່​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ​ທັງ​ຄຳ​ເວົ້າ​ແລະ​ການ​ກະທຳ​ພ້ອມໆ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ຖ້າ​ພວກເຮົາ​ອ້າງ​ວ່າ​ມີ​ຄວາມ​ສາມັກຄີທຳ​ກັບ​ພຣະອົງ​ແຕ່​ຍັງ​ເດີນ​ຢູ່​ໃນ​ຄວາມມືດ ພວກເຮົາ​ກໍ​ຕົວະ ແລະ ບໍ່​ໄດ້​ດຳເນີນຊີວິດ​ໂດຍ​ຄວາມຈິງ.

Uka jalj uñjjattʼäta Copia luraña




1 ໂຢຮັນ 1:6
25 Jak'a apnaqawi uñst'ayäwi  

ພວກເຈົ້າ​ໂງ່ຈ້າ ແລະ​ບໍ່​ຮູ້ຈັກ​ຫຍັງ ທັງ​ຍ່າງ​ໄປມາ​ໃນ​ຄວາມມືດ ແລະ​ຄວາມ​ຍຸດຕິທຳ​ໄດ້​ສູນເສຍ​ໄປ​ຈາກ​ໂລກນີ້.


ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.


ຄົນ​ທີ່​ໄດ້​ປະຖິ້ມ​ຊີວິດ​ອັນ​ຊອບທຳ ແລະ​ໄປ​ດຳເນີນ​ຊີວິດ​ໃນ​ຄວາມ​ມືດມົນ​ແຫ່ງ​ບາບ,


ເມື່ອ​ວັນ​ພິພາກສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ ແລະ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ’


ແຕ່​ຖ້າ​ລາວ​ຍ່າງ​ໃນ​ກາງຄືນ ລາວ​ກໍ​ຈະ​ຊູນ​ສະດຸດ ເພາະ​ລາວ​ບໍ່ມີ​ຄວາມ​ສະຫວ່າງ​ໃນ​ຕົວ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”


ພວກເຈົ້າ​ຍັງ​ບໍ່ເຄີຍ​ຮູ້ຈັກ​ພຣະອົງ ແຕ່​ເຮົາ​ຮູ້ຈັກ​ພຣະອົງ ຖ້າ​ເຮົາ​ເວົ້າ​ວ່າ ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນ​ຂີ້ຕົວະ​ເໝືອນກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ຄຳສັ່ງສອນ​ເຫຼົ່ານັ້ນ ມາ​ຈາກ​ການ​ໜ້າຊື່​ໃຈຄົດ​ຂອງ​ຄົນ​ຂີ້ຕົວະ ຄື​ຄົນ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫຼັກ​ແດງ​ເຜົາ​ໄໝ້​ຢູ່.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໜຶ່ງ​ເວົ້າ​ວ່າ​ຕົນ​ມີ​ຄວາມເຊື່ອ ແຕ່​ບໍ່ມີ​ການ​ປະຕິບັດ ຈະ​ມີ​ປະໂຫຍດ​ຫຍັງ? ຄວາມເຊື່ອ​ແບບ​ນັ້ນ ຈະ​ເຮັດ​ໃຫ້​ລາວ​ພົ້ນ​ໄດ້​ບໍ?


ແລະ​ມີ​ຄົນ​ໃດ​ໃນ​ພວກເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ເປັນສຸກ​ເທີ້ນ ຂໍ​ໃຫ້​ອົບອຸ່ນ​ແລະ​ກິນ​ອີ່ມ,” ແຕ່​ບໍ່ໄດ້​ໃຫ້​ສິ່ງຂອງ​ທີ່​ເຂົາ​ຕ້ອງການ​ສຳລັບ​ຕົວ​ນັ້ນ ຈະ​ເປັນ​ປະໂຫຍດ​ອັນ​ໃດ?


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ ເຈົ້າ​ມີ​ຄວາມເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະຕິບັດ.” ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມເຊື່ອ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ການ​ປະຕິບັດ ແລະ​ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມເຊື່ອ​ຂອງເຮົາ ດ້ວຍ​ການ​ປະຕິບັດ​ຂອງເຮົາ​ນັ້ນ.


ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ໄດ້​ເຮັດ​ບາບ​ກໍ​ເທົ່າ​ກັບ​ວ່າ ພວກເຮົາ​ເຮັດ​ໃຫ້​ພຣະເຈົ້າ​ເປັນ​ຜູ້​ຕົວະ ແລະ​ພຣະທຳ​ຂອງ​ພຣະອົງ​ກໍ​ບໍ່​ຢູ່​ໃນ​ພວກເຮົາ​ເລີຍ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ຖ້າ​ພວກເຮົາ​ເວົ້າ​ວ່າ ພວກເຮົາ​ບໍ່ມີ​ບາບ ພວກເຮົາ​ກໍ​ຫລອກລວງ​ຕົນເອງ ແລະ​ພວກເຮົາ​ກໍ​ບໍ່ມີ​ຄວາມຈິງ​ໃນ​ຈິດໃຈ.


ຖ້າ​ຄົນ​ໃດ​ເວົ້າ​ວ່າ, “ຕົນ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ຄົນ​ນັ້ນ​ກໍ​ເວົ້າ​ຕົວະ ແລະ​ຄວາມຈິງ​ກໍ​ບໍ່ມີ​ຢູ່​ໃນ​ລາວ.


ຖ້າ​ຜູ້ໃດ​ເວົ້າ​ວ່າ, “ຂ້າພະເຈົ້າ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງຕົນ​ຢູ່ ຜູ້ນັ້ນ​ກໍ​ເປັນ​ຄົນ​ຂີ້ຕົວະ. ດ້ວຍວ່າ, ເມື່ອ​ລາວ​ບໍ່​ຮັກ​ພີ່ນ້ອງ​ທີ່​ຕາ​ເຫັນ​ແລ້ວ ຈະ​ສາມາດ​ຮັກ​ພຣະເຈົ້າ​ທີ່​ຕາ​ບໍ່​ເຫັນ​ໄດ້​ຢ່າງ​ໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka