3 ຖ້າຜູ້ໃດສອບສວນເຮົາ ເຮົາກໍກ່າວປ້ອງກັນຕົວດັ່ງນີ້ວ່າ:
3 ນີ້ແມ່ນຂໍ້ແກ້ຕົວຂອງເຮົາຕໍ່ຜູ້ທີ່ຈະມາພິພາກສາເຮົາ,
“ເມື່ອພວກເຂົານຳພວກເຈົ້າໄປສອບສວນໃນທຳມະສາລາ ຫລືຕໍ່ໜ້າບັນດາຜູ້ປົກຄອງ ຫລືຜູ້ມີສິດອຳນາດ ຢ່າສູ່ຄິດກະວົນກະວາຍວ່າ ຈະປ້ອງກັນຕົວເອງຢ່າງໃດ ຫລືຈະເວົ້າຢ່າງໃດ.
“ພີ່ນ້ອງ ແລະທ່ານຜູ້ອາວຸໂສເອີຍ, ຂໍຟັງຄຳໃຫ້ການທີ່ຂ້າພະເຈົ້າຈະກ່າວແກ້ຄະດີຕໍ່ໜ້າທ່ານທັງຫລາຍໃນບັດນີ້ດ້ວຍເຖີດ.”
ແຕ່ຂ້ານ້ອຍຕອບພວກເພິ່ນວ່າ, ຊາວໂຣມບໍ່ມີທຳນຽມທີ່ຈະມອບຕົວຈຳເລີຍ ກ່ອນທີ່ໂຈດກັບຈຳເລີຍມາຊ້ອງໜ້າກັນ ເພື່ອໃຫ້ຈຳເລີຍມີໂອກາດກ່າວແກ້ຄະດີຕໍ່ຂໍ້ກ່າວຫາ.
ຖ້າຜູ້ໃດອ້າງວ່າຕົນເປັນຜູ້ປະກາດພຣະທຳ ຫລືຕົນມີຂອງປະທານຝ່າຍພຣະວິນຍານ ກໍໃຫ້ຜູ້ນັ້ນຮັບຮູ້ວ່າ ຂໍ້ຄວາມຊຶ່ງເຮົາຂຽນເຖິງພວກເຈົ້ານັ້ນ ເປັນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ.
ຖ້າເຮົາບໍ່ໄດ້ເປັນອັກຄະສາວົກໃນສາຍຕາຂອງຄົນອື່ນ, ຢ່າງໜ້ອຍ ເຮົາກໍເປັນອັກຄະສາວົກໃນສາຍຕາຂອງເຈົ້າທັງຫລາຍ, ເພາະວ່າເຈົ້າທັງຫລາຍ ຄືກາປະຈຳຕຳແໜ່ງອັກຄະສາວົກຂອງເຮົາ ໃນອົງພຣະຜູ້ເປັນເຈົ້າ.
ເຮົາບໍ່ມີສິດທີ່ຈະກິນແລະດື່ມບໍ?
ເຮົາຈຶ່ງຂຽນຂໍ້ຄວາມທັງຫລາຍນີ້ເມື່ອເຮົາບໍ່ຢູ່ນຳ ກໍເພື່ອເວລາເຮົາຢູ່ນຳແລ້ວ ເຮົາຈະບໍ່ໄດ້ກ່າວຄຳເຄັ່ງຄັດໃນການໃຊ້ອຳນາດ ທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງມອບໃຫ້ແກ່ເຮົາ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ແມ່ນເພື່ອມ້າງເພລົງ.
ເພາະວ່າເຈົ້າທັງຫລາຍຕ້ອງການຈະເຫັນຫຼັກຖານວ່າ, ພຣະຄຣິດຊົງກ່າວທາງເຮົາ ພຣະອົງບໍ່ໄດ້ຊົງອ່ອນແອຕໍ່ພວກເຈົ້າ, ແຕ່ຊົງມີຣິດອຳນາດໃນທ່າມກາງພວກເຈົ້າ.
ຈົ່ງພິຈາລະນາເບິ່ງຕົນເອງວ່າ, ພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ? ຈົ່ງພິສູດຕົວເອງສາ ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ພຣະເຢຊູຄຣິດເຈົ້າຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສຍແຕ່ພວກເຈົ້າຈະຜ່ານການພິສູດນັ້ນບໍ່ໄດ້.
ສ່ວນຄົນອື່ນບໍ່ໄດ້ປະກາດເລື່ອງພຣະຄຣິດຈາກໃຈຈິງ ແຕ່ຈາກໃຈມັກໃຫຍ່ໃຝ່ສູງອັນເຫັນແກ່ຕົວ ພວກເຂົາຫວັງຈະໃຫ້ເຮົາເດືອດຮ້ອນຫລາຍຂຶ້ນ ໃນຂະນະທີ່ເຮົາຖືກຄຸກຢູ່ນີ້.
ເພາະວ່າ ເຮົາມີໃຈຮັກພວກເຈົ້າທຸກຄົນ ເຈົ້າທັງຫລາຍໄດ້ຮັບສ່ວນຮ່ວມໃນພຣະຄຸນດ້ວຍກັນກັບເຮົາ ໃນການທີ່ເຮົາຖືກຈຳຈອງ ແລະໃນການກ່າວປ້ອງກັນໃຫ້ຂ່າວປະເສີດນັ້ນຕັ້ງໝັ້ນຄົງຢູ່.
ບໍ່ມີຜູ້ໃດເຂົ້າຂ້າງເຮົາຈັກຄົນ ເມື່ອເຮົາກ່າວແກ້ຄະດີເທື່ອທຳອິດນັ້ນ ທຸກຄົນໄດ້ປະຖິ້ມເຮົາໝົດ ຂໍພຣະເຈົ້າຢ່າຖືໂທດພວກເຂົາເລີຍ