Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 8:4 - ພຣະຄຳພີສັກສິ

4 ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ເລື່ອງ​ການ​ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ​ນັ້ນ ພວກເຮົາ​ກໍ​ຮູ້​ຢູ່​ວ່າ “ຮູບເຄົາລົບ​ນັ້ນ​ບໍ່​ມີ​ຄວາມໝາຍ​ຫຍັງ​ໝົດ​ໃນ​ໂລກ” ແລະ “ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ”.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 8:4
33 Jak'a apnaqawi uñst'ayäwi  

ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.


“ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ແຕ່​ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍໂຜດ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ອົງດຽວ​ແຕ່​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.”


ພວກເຈົ້າ​ກັບ​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ​ບໍ່ມີ​ຫຍັງ​ໝົດ ຄົນ​ຂີ້ດຽດ​ທັງນັ້ນ​ທີ່​ນະມັດສະການ​ພວກເຈົ້າ.


“ພຣະເຈົ້າຢາເວ ພຣະຜູ້​ໄຖ່​ຂອງເຈົ້າ​ກ່າວວ່າ: ແມ່ນ​ເຮົາ​ທີ່​ເປັນ​ຜູ້​ໄດ້ສ້າງ​ເຈົ້າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ສ້າງ​ສັບພະທຸກສິ່ງ​ທັງຫລາຍ ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ໄດ້​ກາງ​ຟ້າ​ສະຫວັນ​ອອກ. ເມື່ອ​ເຮົາ​ໄດ້ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ໄດ້​ຊ່ວຍເຫລືອ​ເຮົາ.


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ເຮົາ​ຄື​ພຣະເຈົ້າຢາເວ ບໍ່ມີ​ພຣະເຈົ້າ​ອົງ​ອື່ນໃດ ເຈົ້າ​ບໍ່​ຮູ້​ເຮົາ ແຕ່​ເຮົາ​ກໍ​ຈະ​ໃຫ້​ກຳລັງ​ແກ່​ເຈົ້າ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ເມື່ອ​ເບິ່ງ​ສິ່ງ​ນີ້ ຄົນ​ຊ່າງ​ໂງ່ຈ້າ ແລະ​ບໍ່​ເຂົ້າໃຈ; ຄື​ພວກ​ທີ່​ເຮັດ​ຮູບເຄົາຣົບ ກໍ​ງົມງາຍ​ກັນ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ມາ ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ບໍ່ມີ​ຊີວິດ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ກົດບັນຍັດ​ຂໍ້​ສຳຄັນ​ທີ່ສຸດ ຄື​ດັ່ງນີ້ ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ.


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.


ບັດນີ້ ພວກເຈົ້າ​ກໍ​ຮູ້​ເຫັນ​ໄດ້​ໂດຍ​ຕົນເອງ​ແລ້ວ​ວ່າ ສິ່ງ​ທີ່​ໂປໂລ ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ນັ້ນ​ເປັນ​ແນວ​ໃດ ລາວ​ເວົ້າ​ວ່າ ບັນດາ​ຮູບ​ພະ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ ບໍ່ແມ່ນ​ພຣະເຈົ້າ ແລະ​ລາວ​ກໍ​ຊັກຊວນ​ຫລາຍ​ຄົນ​ໃຫ້​ເຊື່ອ​ເປັນ​ຜົນ​ສຳເລັດ ທັງ​ໃນ​ເມືອງ​ເອເຟໂຊ​ນີ້ ແລະ​ໃກ້​ແຂວງ​ເອເຊຍ​ທັງໝົດ​ດ້ວຍ.


ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.


ຖ້າ​ມີ​ຄົນ​ໜຶ່ງ ທີ່​ມີ​ໃຈ​ສຳນຶກ​ຜິດແລະຊອບ​ຍັງ​ອ່ອນ​ໃນ​ເລື່ອງ​ນີ້, ເຫັນ​ເຈົ້າ​ຜູ້​ທີ່​ມີ​ຄວາມ​ຮູ້ ກຳລັງ​ນັ່ງ​ກິນ​ຢູ່​ໃນ​ວິຫານ​ຂອງ​ພະທຽມ ເລື່ອງ​ນີ້​ຈະ​ບໍ່​ເປັນ​ການ​ຊຸກຍູ້​ລາວ ໃຫ້​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ພະທຽມ​ນັ້ນ​ບໍ?


ຄວາມຮູ້​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ສິ້ນພຣະຊົນ​ເພື່ອ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.


ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.


ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ​ຂອງ​ຄົນ​ທັງປວງ ຜູ້​ຊົງ​ສະຖິດ​ຢູ່​ເທິງ​ຄົນ​ທັງປວງ, ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ.


‘ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ພຽງແຕ່ ເບື້ອງ​ຕົ້ນ​ຂອງ​ເຫດການ​ອັນ​ຍິ່ງໃຫຍ່​ແລະ​ອັດສະຈັນ​ຂອງ​ພຣະອົງ. ບໍ່ມີ​ພະ​ໃດໆ​ໃນ​ສະຫວັນ​ຫລື​ເທິງ​ແຜ່ນດິນ​ໂລກ ທີ່​ເຮັດ​ສິ່ງ​ອັດສະຈັນ​ເໝືອນ​ດັ່ງ​ພຣະອົງ​ໄດ້​ເຮັດ​ນັ້ນ


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ການ​ສຳແດງ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ພິສູດ​ໃຫ້​ພວກເຈົ້າ​ຮູ້​ວ່າ ພຣະເຈົ້າຢາເວ​ທີ່​ເປັນ​ພຣະເຈົ້າ​ແລະ​ບໍ່ມີ​ພະ​ອື່ນ​ອີກ.


ສະນັ້ນ ໃນວັນນີ້ ຈົ່ງ​ຈົດຈຳ​ໄວ້​ແລະ​ຢ່າ​ລືມໄລ​ຈັກເທື່ອ​ວ່າ, ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ໃນ​ສະຫວັນ​ແລະ​ເທິງ​ແຜ່ນດິນ​ໂລກ. ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຖີດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ພຣະເຈົ້າຢາເວ​ແຕ່​ອົງ​ດຽວ.


ພຣະ​ກຽດ​ແລະ​ພຣະ​ຣັດສະໝີ ຈົ່ງ​ມີ​ແກ່​ພຣະ​ມະຫາ​ກະສັດ ຜູ້​ຊົງ​ພຣະ​ຈະເລີນ​ຢູ່​ເປັນນິດ ຜູ້​ຊົງ​ເປັນ​ອົງ​ອະມະຕະ ຊຶ່ງ​ບໍ່ໄດ້​ປາກົດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ ສືບໆໄປ​ເປັນນິດ ອາແມນ.


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ​ນິຣັນດອນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka