Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 7:2 - ພຣະຄຳພີສັກສິ

2 ແຕ່​ເພື່ອ​ປ້ອງກັນ​ການ​ຫລິ້ນຊູ້ ຊາຍ​ທຸກຄົນ​ຄວນ​ມີ​ເມຍ​ຂອງຕົນ ແລະ​ຍິງ​ທຸກຄົນ​ກໍ​ຄວນ​ມີ​ຜົວ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແຕ່​ເນື່ອງຈາກ​ວ່າ​ມີ​ການ​ຜິດສິນທຳ​ທາງເພດ​ເກີດຂຶ້ນ, ຜູ້ຊາຍ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດກັບ​ເມຍ​ຂອງ​ຕົນເອງ ແລະ ແມ່ຍິງ​ແຕ່ລະຄົນ​ກໍ​ຄວນ​ມີ​ຄວາມສຳພັນ​ທາງເພດ​ກັບ​ຜົວ​ຂອງ​ຕົນເອງ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 7:2
14 Jak'a apnaqawi uñst'ayäwi  

ຜູ້​ທີ່​ມີ​ເມຍ​ກໍ​ພົບ​ຂອງ​ມີຄ່າ ເປັນ​ການ​ສະແດງ​ວ່າ​ພຣະເຈົ້າຢາເວ​ດີ​ຕໍ່​ຕົນ.


ເງິນຄຳ​ແລະ​ເຮືອນ​ເປັນ​ມໍຣະດົກ​ຕົກທອດ​ມາ​ຈາກ​ບິດາ​ມານດາ, ແຕ່​ວ່າ​ເມຍ​ຜູ້​ຮອບຄອບ​ນັ້ນ ແມ່ນ​ຂອງ​ໂຜດ​ໃຫ້​ມາ​ຈາກ​ພຣະເຈົ້າຢາເວ.


ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ?” ກໍ​ເພາະ​ພຣະເຈົ້າຢາເວ​ຮູ້ວ່າ​ພວກເຈົ້າ​ໄດ້​ລະເມີດ​ຄຳສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ເມຍ​ຂອງຕົນ​ສະໄໝ​ແຕ່ງງານ​ກັນ​ແຕ່​ຍັງ​ໜຸ່ມ​ຢູ່​ນັ້ນ. ນາງ​ເປັນ​ຄູ່ຄອງ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ນາງ ເຖິງ​ແມ່ນ​ວ່າ ເຈົ້າ​ໄດ້​ສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ວ່າ ຈະ​ສັດຊື່​ຕໍ່​ນາງ​ກໍດີ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ປະຮ້າງ​ເມຍ​ຂອງຕົນ​ດ້ວຍ​ເຫດຜົນ​ອື່ນ​ໃດ ນອກຈາກ​ການ​ຫລິ້ນຊູ້​ກັບ​ຊາຍ​ອື່ນ. ກໍ​ເທົ່າ​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ນາງ​ຫລິ້ນຊູ້ ເມື່ອ​ນາງ​ແຕ່ງງານ​ໃໝ່ ແລະ​ຜູ້​ທີ່​ແຕ່ງງານ​ກັບ​ນາງ​ນັ້ນ ກໍ​ມີ​ຄວາມຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”


ຈົ່ງ​ຫລີກເວັ້ນ​ເສຍ​ຈາກ​ການ​ຫລິ້ນຊູ້ ຜິດບາບ​ທຸກຢ່າງ​ທີ່​ມະນຸດ​ເຮັດ​ນັ້ນ ເປັນ​ບາບ​ນອກ​ກາຍ, ແຕ່​ຄົນ​ທີ່​ຫລິ້ນຊູ້​ນັ້ນ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.


ເລື່ອງ​ທີ່​ພວກເຈົ້າ​ໄດ້​ຂຽນ​ຈົດໝາຍ​ມາ​ນັ້ນ ຂໍ​ຕອບ​ວ່າ, ການ​ທີ່​ຜູ້ຊາຍ​ບໍ່​ແຕະຕ້ອງ​ກັບ​ແມ່ຍິງ​ນັ້ນ ກໍ​ເປັນ​ການ​ດີ.


ຜົວ​ຕ້ອງ​ຢູ່​ຮ່ວມ​ກັບ​ເມຍ​ຕາມ​ສົມຄວນ ແລະ​ເມຍ​ກໍ​ຄວນ​ຢູ່​ຮ່ວມ​ກັບ​ຜົວ​ເໝືອນກັນ.


ແຕ່​ຖ້າ​ພວກເຂົາ​ຄວບຄຸມ​ຕົນເອງ​ບໍ່ໄດ້ ກໍ​ຈົ່ງ​ໃຫ້​ພວກເຂົາ​ແຕ່ງງານ​ເສຍ ເພາະວ່າ​ການ​ທີ່​ແຕ່ງງານ​ນັ້ນ ກໍດີກວ່າ​ມີ​ຕັນຫາ​ເຜົາໄໝ້​ຢູ່​ໃນ​ໃຈ.


ໃນ​ທຳນອງ​ດຽວກັນ, ຜົວ​ຄວນ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຮ່າງກາຍ​ຂອງ​ຕົນເອງ ຊາຍ​ໃດ​ທີ່​ຮັກ​ເມຍ​ຂອງຕົນ ຊາຍ​ນັ້ນ​ກໍ​ຮັກ​ຕົນເອງ.


ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.


ໃຫ້​ພວກເຈົ້າ​ແຕ່ລະຄົນ ຮູ້ຈັກ​ເອົາ​ເມຍ​ໃນ​ທາງ​ບໍຣິສຸດ ແລະ​ໃນ​ທາງ​ທີ່​ໜ້າ​ນັບຖື


ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.


ຖ້າ​ພໍ່​ຫລື​ອ້າຍ​ຂອງ​ພວກເຂົາ​ມາ​ທວງ​ເອົາຄືນ​ນຳ​ພວກເຈົ້າ ກໍ​ໃຫ້​ພວກເຈົ້າ ບອກ​ພວກເຂົາ​ວ່າ, “ກະລຸນາ​ໃຫ້​ພວກເຮົາ​ເອົາ​ຍິງ​ເຫຼົ່ານີ້​ໄວ້​ສາ ເພາະ​ພວກເຮົາ​ໄດ້​ນາງ​ມາ​ເປັນ​ເມຍ​ບໍ່ແມ່ນ​ໂດຍ​ການ​ເຮັດ​ເສິກ. ແຕ່​ໃນ​ເມື່ອ​ພວກເຈົ້າ​ບໍ່​ຍົກ​ພວກເຂົາ​ໃຫ້​ພວກເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ຜິດ​ຕໍ່​ຄຳສັນຍາ​ແຕ່​ຢ່າງໃດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka