Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 5:3 - ພຣະຄຳພີສັກສິ

3 ເຖິງ​ແມ່ນ​ວ່າ ເຮົາ​ບໍ່ໄດ້​ຢູ່​ກັບ​ພວກເຈົ້າ​ທາງ​ກາຍ, ແຕ່​ທາງ​ໃຈ​ຂອງເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ເຮົາ​ໄດ້​ຕັດສິນ​ລົງໂທດ​ຜູ້​ທີ່​ປະພຶດ​ຜິດ​ຢ່າງ​ນັ້ນ ເໝືອນ​ດັ່ງ​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ສຳລັບ​ເຮົາ​ແລ້ວ, ເຖິງແມ່ນວ່າ ກາຍ​ຂອງ​ເຮົາ​ບໍ່​ໄດ້​ຢູ່​ນຳ, ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ. ເຮົາ​ໄດ້​ຕັດສິນ​ຄົນ​ທີ່​ເຮັດ​ຢ່າງນັ້ນ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັບ​ວ່າ​ເຮົາ​ໄດ້​ຢູ່​ນໍາ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 5:3
6 Jak'a apnaqawi uñst'ayäwi  

ບໍ່ແມ່ນ​ໜ້າທີ່​ຂອງເຮົາ ທີ່​ຈະ​ຕັດສິນ​ລົງໂທດ​ຄົນ​ພາຍນອກ, ແຕ່​ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ທີ່​ຕັດສິນ​ລົງໂທດ​ຄົນ​ພາຍໃນ​ບໍ່ແມ່ນ​ບໍ?


ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,


ຈົ່ງ​ໃຫ້​ຄົນ​ເຫຼົ່ານັ້ນ​ເຂົ້າໃຈ​ດັ່ງນີ້​ວ່າ, ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ເວົ້າ​ໄວ້​ໃນ​ຈົດໝາຍ​ຂອງເຮົາ​ຢ່າງ​ໃດ ເມື່ອ​ເຮົາ​ມາ​ແລ້ວ ເຮົາ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ.


ເຮົາ​ໄດ້​ເຕືອນ​ເຈົ້າ​ທັງຫລາຍ​ທີ່​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ ແລະ​ບັນດາ​ຄົນອື່ນໆ​ນັ້ນ​ດ້ວຍ ແລະ​ບັດນີ້​ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ກໍ​ເຕືອນ​ພວກເຈົ້າ​ອີກ ເໝືອນ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ເທື່ອ​ທີ​ສອງ​ນັ້ນ​ວ່າ, ຖ້າ​ເຮົາ​ມາ​ອີກ​ຈະ​ບໍ່​ຜ່ອນ​ໂທດ​ໃຫ້​ຄົນ​ເຫຼົ່ານັ້ນ.


ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຝ່າຍ​ພວກເຮົາ ເມື່ອ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ກໍ​ຈາກ​ໄປ​ພຽງ​ຮ່າງກາຍ​ເທົ່ານັ້ນ ແຕ່​ບໍ່ແມ່ນ​ຈິດໃຈ. ພວກເຮົາ​ລະນຶກ​ຄິດເຖິງ​ພວກເຈົ້າ​ຫລາຍ​ທີ່ສຸດ ແລະ​ຍັງ​ພະຍາຍາມ​ຢ່າງ​ຍິ່ງ​ທີ່​ຈະ​ມາ​ເຫັນໜ້າ​ພວກເຈົ້າ​ອີກ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka