1 ໂກຣິນໂທ 4:5 - ພຣະຄຳພີສັກສິ5 ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ເຫດສະນັ້ນ ຢ່າຕັດສິນສິ່ງໃດກ່ອນເວລາທີ່ໄດ້ກຳນົດໄວ້; ຈົ່ງຄອຍຖ້າຈົນກວ່າອົງພຣະຜູ້ເປັນເຈົ້າມາ. ພຣະອົງຈະນຳເອົາສິ່ງທີ່ເຊື່ອງໄວ້ຢູ່ໃນຄວາມມືດມາສູ່ຄວາມສະຫວ່າງ ແລະ ຈະເປີດເຜີຍບັນດາແຮງຈູງໃຈທີ່ຢູ່ໃນໃຈ. ໃນເວລານັ້ນ ແຕ່ລະຄົນຈະໄດ້ຮັບຄຳຍ້ອງຍໍຈາກພຣະເຈົ້າ. Uka jalj uñjjattʼäta |
ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.