1 ໂກຣິນໂທ 4:4 - ພຣະຄຳພີສັກສິ4 ເພາະເຮົາບໍ່ຮູ້ວ່າ ເຮົາເຮັດຜິດອັນໃດ ເຖິງປານນັ້ນກໍບໍ່ພົ້ນຈາກການພິພາກສາຕັດສິນ ຜູ້ທີ່ຈະພິພາກສາຕົວເຮົານັ້ນ ແມ່ນອົງພຣະຜູ້ເປັນເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຈິດສຳນຶກຂອງເຮົາກໍຊັດເຈນ, ແຕ່ນັ້ນບໍ່ໄດ້ເຮັດໃຫ້ເຮົາບໍ່ມີຄວາມຜິດ. ອົງພຣະຜູ້ເປັນເຈົ້າເປັນຜູ້ຕັດສິນເຮົາ. Uka jalj uñjjattʼäta |
ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.