2 ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່.
2 ບັດນີ້ຈຶ່ງເປັນການຮຽກຮ້ອງວ່າ ຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈນັ້ນຕ້ອງພິສູດວ່າເປັນຜູ້ສັດຊື່.
ພວກທີ່ກຳກັບວຽກງານນີ້ເປັນພວກທີ່ສັດຊື່ທີ່ສຸດ; ສະນັ້ນ ເພິ່ນຈຶ່ງບໍ່ຈຳເປັນໃຫ້ພວກເຂົາເຮັດບັນຊີການເງິນ.
ພວກທີ່ຮັບຜິດຊອບວຽກງານນັ້ນເປັນຄົນສັດຊື່; ສະນັ້ນ ຈຶ່ງບໍ່ຈຳເປັນໃຫ້ພວກເຂົາເຮັດບັນຊີການເງິນ.”
ຜູ້ສົ່ງຂ່າວທີ່ໄວ້ໃຈບໍ່ໄດ້ ກໍນຳຄວາມເດືອດຮ້ອນມາ, ແຕ່ວ່າຜູ້ສົ່ງຂ່າວທີ່ເຊື່ອຖື ກໍນຳສັນຕິສຸກມາໃຫ້.
ມັນແຕກຕ່າງກັບເມື່ອເຮົາກ່າວແກ່ໂມເຊ ຄົນຮັບໃຊ້ທີ່ສັດຊື່ຂອງເຮົາ; ເຮົາໄດ້ໃຫ້ລາວຮັບຜິດຊອບປະຊາຊົນອິດສະຣາເອນທັງໝົດຂອງເຮົາ.
ນາຍຂອງລາວກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’
ນາຍຂອງລາວຈຶ່ງກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງອັນເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’
ອົງພຣະຜູ້ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດທີ່ເປັນຜູ້ຈັດການທີ່ສັດຊື່ ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບເບິ່ງແຍງ ຄົນຮັບໃຊ້ຜູ້ອື່ນຂອງເພິ່ນ ແລະແຈກຈ່າຍອາຫານໃຫ້ຄົນຮັບໃຊ້ເຫຼົ່ານັ້ນຕາມເວລາ.
ໃຫ້ທຸກຄົນຖືວ່າ ພວກເຮົາເປັນຜູ້ຮັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ.
ເພາະດ້ວຍເຫດນີ້ ເຮົາຈຶ່ງໄດ້ໃຊ້ຕີໂມທຽວ ລູກທີ່ຮັກຂອງເຮົາ ຜູ້ເປັນຄົນສັດຊື່ໃນອົງພຣະຜູ້ເປັນເຈົ້າໃຫ້ມາຫາພວກເຈົ້າ. ລາວຈະຊ່ວຍເຕືອນພວກເຈົ້າ ເຖິງຫລັກການດຳເນີນຊີວິດໃນພຣະເຢຊູຄຣິດເຈົ້າ ຕາມທີ່ເຮົາເຄີຍສັ່ງສອນໃນຄຣິສຕະຈັກຕ່າງໆ.
ສຳລັບເຮົາແລ້ວ ການທີ່ພວກເຈົ້າ ຫລືມະນຸດຄົນໃດ ຈະຕັດສິນເຮົານັ້ນ ຖືວ່າເປັນເລື່ອງເລັກນ້ອຍ, ເຖິງແມ່ນວ່າ ເຮົາເອງກໍບໍ່ໄດ້ຕັດສິນຕົວເຮົາ.
ເລື່ອງຄົນໂສດນັ້ນ ເຮົາບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ, ແຕ່ເຮົາຂໍໃຫ້ຄວາມຄິດເຫັນໃນຖານະທີ່ສົມກັບເປັນຜູ້ໄດ້ຮັບພຣະຄຸນຂອງອົງພຣະຜູ້ເປັນເຈົ້າ ໃຫ້ເປັນຜູ້ທີ່ໄວ້ໃຈໄດ້.
ພວກເຮົາບໍ່ຄືຫລາຍຄົນ ທີ່ເຮັດກັບຖ້ອຍຄຳຂອງພຣະເຈົ້າ ເປັນເໝືອນສິນຄ້າຊື້ຂາຍລາຄາຖືກໆ ແຕ່ເພາະພຣະເຈົ້າໄດ້ໃຊ້ພວກເຮົາມາ ພວກເຮົາຈຶ່ງກ່າວດ້ວຍຄວາມຈິງໃຈຊ້ອງໜ້າພຣະອົງ ເໝືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ.
ພວກເຮົາໄດ້ປະຖິ້ມສິ່ງທີ່ໜ້າອັບອາຍທຸກຢ່າງທີ່ເຮັດໃນທີ່ລັບລີ້ ພວກເຮົາບໍ່ໄດ້ເຮັດໂດຍໃຊ້ກົນອຸບາຍ ທັງບໍ່ໄດ້ປອມແປງຖ້ອຍຄຳຂອງພຣະເຈົ້າດ້ວຍ, ແຕ່ໄດ້ສະແດງໃຫ້ຮູ້ຄວາມຈິງຢ່າງຈະແຈ້ງ ພວກເຮົາພະຍາຍາມເຮັດໃຫ້ຕົນເອງເປັນທີ່ຊອບແກ່ໃຈສຳນຶກຜິດແລະຊອບຂອງທຸກຄົນ ຊ້ອງໜ້າພຣະເຈົ້າ.
ດັ່ງທີ່ພວກເຈົ້າໄດ້ຮຽນຮູ້ຈາກເອປາຟາ ເພື່ອນຮັບໃຊ້ທີ່ຮັກຂອງພວກເຮົາ ຜູ້ທີ່ເຮັດວຽກງານຂອງພຣະຄຣິດແທນເຮົາຢ່າງສັດຊື່.
ແລະໃຫ້ບອກອາຂີໂປວ່າ, “ສ່ວນພາລະກິດ ຊຶ່ງເຈົ້າໄດ້ຮັບມອບໝາຍ ເພື່ອບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້ານັ້ນ ຈົ່ງເຮັດໃຫ້ບັນລຸຜົນສຳເລັດ.”
ຕີຂີໂກ, ພີ່ນ້ອງທີ່ຮັກຂອງພວກເຮົາ ຜູ້ຮ່ວມງານທີ່ສັດຊື່ ແລະທັງເປັນຜູ້ຮັບໃຊ້ຮ່ວມກັນໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ຈະບອກຂ່າວທັງໝົດກ່ຽວກັບເຮົາໃຫ້ພວກເຈົ້າຮູ້.