Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 3:3 - ພຣະຄຳພີສັກສິ

3 ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພວກເຈົ້າ​ຍັງ​ຢູ່​ຝ່າຍໂລກ. ເພາະ​ເນື່ອງຈາກ​ວ່າ​ຍັງ​ມີ​ການອິດສາ​ກັນ ແລະ ການຜິດຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ​ຢູ່, ພວກເຈົ້າ​ຢູ່​ຝ່າຍໂລກ​ບໍ່ແມ່ນ​ບໍ? ພວກເຈົ້າ​ບໍ່​ໄດ້​ປະພຶດ​ຕົນ​ເໝືອນ​ດັ່ງ​ມະນຸດ​ທຳມະດາ​ບໍ?

Uka jalj uñjjattʼäta Copia luraña




1 ໂກຣິນໂທ 3:3
17 Jak'a apnaqawi uñst'ayäwi  

ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.


ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເພາະ​ມີ​ບາງຄົນ ຈາກ​ກຸ່ມ​ຂອງ​ນາງ​ຂະໂລເອ ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ, ໄດ້​ເກີດ​ມີ​ການ​ຜິດຂ້ອງ​ຕ້ອງຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ.


ເປັນຕົ້ນ​ເຮົາ​ໄດ້ຍິນ​ວ່າ ເມື່ອ​ຄຣິສຕະຈັກ​ມາ​ປະຊຸມ​ກັນ ກໍ​ມີ​ການ​ແຕກ​ເປັນພັກ​ເປັນ​ພວກ​ໃນ​ທ່າມກາງ​ພວກເຈົ້າ ເລື່ອງ​ນີ້ ເຮົາ​ກໍ​ເຊື່ອ​ວ່າ​ຄົງ​ມີ​ຄວາມຈິງ​ຢູ່​ແດ່.


ເພາະ​ເມື່ອ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້າພະເຈົ້າ​ຢູ່​ຝ່າຍ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້າພະເຈົ້າ​ຢູ່​ຝ່າຍ​ອາໂປໂລ” ພວກເຈົ້າ​ບໍ່ໄດ້​ເປັນ​ພຽງແຕ່​ມະນຸດ​ທຳມະດາ​ບໍ?


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ແຕ່​ຖ້າ​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ສັດປ່າ ຄື​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະວັງ ຢ້ານ​ວ່າ​ພວກເຈົ້າ​ຈະ​ພາກັນ​ຈິບຫາຍ​ໄປ​ໝົດ.


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ບ່ອນ​ໃດ​ທີ່​ມີ​ຄວາມ​ອິດສາ​ແລະ​ການ​ເຫັນແກ່​ຕົວ ບ່ອນ​ນັ້ນ​ກໍ​ມີ​ການ​ວຸ້ນວາຍ​ແລະ​ມີ​ການ​ຊົ່ວຮ້າຍ​ທຸກ​ຊະນິດ.


ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka