Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 3:1 - ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ຕາມ​ຄວາມ​ເປັນ​ຈິງ​ແລ້ວ ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ພຣະວິນຍານ​ກໍ​ບໍ່ໄດ້, ເຮົາ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ພວກເຈົ້າ ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ມະນຸດ​ທຳມະດາ ເໝືອນ​ດັ່ງ​ພວກເຈົ້າ​ເປັນ​ເດັກນ້ອຍ​ຝ່າຍ​ຄວາມເຊື່ອ​ໃນ​ພຣະຄຣິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ບໍ່​ສາມາດ​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ດຳເນີນຊີວິດ​ໂດຍ​ພຣະວິນຍານ ແຕ່​ຕ້ອງ​ໄດ້​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ຍັງ​ຢູ່​ຝ່າຍ​ໂລກ ຄື​ຜູ້​ທີ່​ຍັງ​ເປັນ​ເດັກນ້ອຍ​ໃນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 3:1
11 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ຫັນ​ກັບ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ອ້າຍ​ມານຊາຕານ ຈົ່ງ​ຖອຍ​ໜີໄປ​ໃຫ້​ໄກ​ຈາກ​ເຮົາ ເຈົ້າ​ເປັນ​ສິ່ງ​ກີດຂວາງ​ທາງ​ເດີນ​ຂອງເຮົາ ເພາະ​ເຈົ້າ​ບໍ່ໄດ້​ຄິດ​ຢ່າງ​ພຣະເຈົ້າ ແຕ່​ຄິດ​ຢ່າງ​ມະນຸດ.”


ພວກເຮົາ​ຮູ້​ແລ້ວ​ວ່າ ກົດບັນຍັດ​ເປັນ​ມາ​ໂດຍ​ຝ່າຍ​ພຣະວິນຍານ, ແຕ່​ສ່ວນ​ເຮົາ​ເປັນ​ຝ່າຍ​ມະນຸດ​ທຳມະດາ​ທີ່​ຕາຍ​ເປັນ ຊຶ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ຖ້າ​ຜູ້ໃດ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ປະກາດ​ພຣະທຳ ຫລື​ຕົນ​ມີ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ກໍ​ໃຫ້​ຜູ້​ນັ້ນ​ຮັບ​ຮູ້​ວ່າ ຂໍ້​ຄວາມ​ຊຶ່ງ​ເຮົາ​ຂຽນ​ເຖິງ​ພວກເຈົ້າ​ນັ້ນ ເປັນ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເຖິງ​ປານນັ້ນ​ກໍດີ, ເຮົາ​ເຄີຍ​ປະກາດ​ຖ້ອຍຄຳ​ແຫ່ງ​ປັນຍາ ໃຫ້​ແກ່​ຄົນ​ທີ່​ໃຫຍ່​ແລ້ວ​ຝ່າຍ​ຄວາມເຊື່ອ​ກໍ​ຈິງ, ແຕ່​ບໍ່ແມ່ນ​ປັນຍາ​ທີ່​ເປັນ​ຂອງ​ໂລກນີ້ ຫລື​ປັນຍາ​ຂອງ​ອຳນາດ​ທີ່​ປົກຄອງ​ໂລກນີ້ ຊຶ່ງ​ກຳລັງ​ເສື່ອມສູນ​ໄປ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ພວກເຮົາ​ຫາກ​ພົບ​ຄົນ​ທີ່​ຫລົງ​ເຮັດ​ຜິດ​ປະການ​ໃດ​ປະການ​ໜຶ່ງ ພວກເຈົ້າ​ທີ່​ຢູ່​ຝ່າຍ​ພຣະວິນຍານ ຄວນ​ຊ່ວຍ​ສ້າງ​ຜູ້ນັ້ນ​ດ້ວຍ​ຄວາມ​ສຸພາບ​ອ່ອນຫວານ​ໃຫ້​ກັບຄືນ​ດີ​ໃໝ່ ຈົ່ງ​ຄອຍ​ລະວັງຕົວ​ເອົາ​ໄວ້ ເພື່ອ​ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ທົດລອງ​ໃຫ້​ເຮັດ​ຜິດ​ເໝືອນກັນ.


ດ້ວຍວ່າ, ທຸກຄົນ​ທີ່​ຍັງ​ກິນ​ນໍ້ານົມ​ຢູ່​ນັ້ນ ຍັງ​ບໍ່​ຊຳນານ​ໃນ​ເລື່ອງ​ສິນທຳ ເພາະ​ເຂົາ​ຍັງ​ເປັນ​ເດັກນ້ອຍ​ຢູ່.


ລູກ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ການບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ ຍ້ອນ​ເຫັນແກ່​ພຣະນາມ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka