Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 2:5 - ພຣະຄຳພີສັກສິ

5 ເພື່ອ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະ​ບໍ່ໄດ້​ຂຶ້ນ​ຢູ່​ກັບ​ປັນຍາ​ຂອງ​ມະນຸດ, ແຕ່​ອາໄສ​ຣິດອຳນາດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເພື່ອ​ວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະ​ບໍ່​ອາໄສ​ສະຕິປັນຍາ​ຂອງ​ມະນຸດ, ແຕ່​ອາໄສ​ລິດອຳນາດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 2:5
6 Jak'a apnaqawi uñst'ayäwi  

ມີ​ຍິງ​ຄົນ​ໜຶ່ງ​ໃນ​ພວກ​ແມ່ຍິງ​ເຫຼົ່ານີ້​ຊື່​ວ່າ ລີເດຍ ນາງ​ມາ​ຈາກ​ເມືອງ​ທົວເຕຣາ ແລະ​ເປັນ​ແມ່ຄ້າ​ຂາຍ​ຜ້າ​ສີມ່ວງ​ອ່ອນ ແລະ​ທັງ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ​ດ້ວຍ, ເມື່ອ​ນາງ​ຟັງ​ພວກເຮົາ​ກ່າວ​ຢູ່ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເປີດ​ຈິດໃຈ​ຂອງ​ນາງ​ໃຫ້​ເອົາໃຈໃສ່​ຖ້ອຍຄຳ ທີ່​ໂປໂລ​ກຳລັງ​ກ່າວ​ນັ້ນ.


ພຣະຄຣິດ​ບໍ່ໄດ້​ໃຊ້​ເຮົາ​ໄປ ເພື່ອ​ໃຫ້​ເຮັດ​ພິທີ​ຮັບ​ບັບຕິສະມາ, ແຕ່​ພຣະອົງ​ໃຊ້​ເຮົາ​ໄປ​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ແລະ​ບໍ່ແມ່ນ​ໃຊ້​ຄຳເວົ້າ​ແຫ່ງ​ສະຕິປັນຍາ​ມະນຸດ ເພື່ອ​ວ່າ​ໄມ້ກາງແຂນ​ພຣະຄຣິດ​ນັ້ນ​ຈະ​ບໍ່​ເສຍ​ປະໂຫຍດ.


ເຮົາ​ເປັນ​ຜູ້​ປູກ, ອາໂປໂລ​ເປັນ​ຜູ້​ຫົດ​ນໍ້າ, ແຕ່​ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ເຮັດ​ໃຫ້​ໃຫຍ່​ຂຶ້ນ.


ແຕ່​ຄຳຕອບ​ຂອງ​ພຣະອົງ​ເປັນ​ດັ່ງນີ້: “ພຣະຄຸນ​ຂອງເຮົາ ກໍ​ມີ​ພໍ​ແລ້ວ​ສຳລັບ​ເຈົ້າ. ດ້ວຍວ່າ, ເມື່ອໃດ​ທີ່​ເຈົ້າ​ອ່ອນແຮງ ເມື່ອນັ້ນ​ຣິດອຳນາດ​ຂອງເຮົາ​ກໍ​ສຳແດງ​ອອກ​ຢ່າງ​ລົ້ນ​ເຫຼືອ.” ດັ່ງນັ້ນ ເຮົາ​ຈຶ່ງ​ມີ​ຄວາມ​ພາກພູມໃຈ​ໃນ​ບັນດາ​ຄວາມ​ອ່ອນແຮງ​ຂອງເຮົາ​ກໍດີກວ່າ ເພື່ອ​ວ່າ​ຣິດອຳນາດ​ຂອງ​ພຣະຄຣິດ​ຈະ​ຄຸ້ມຄອງ​ປ້ອງກັນ​ເຮົາ​ໄວ້.


ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka