1 ໂກຣິນໂທ 2:4 - ພຣະຄຳພີສັກສິ4 ຄຳສັ່ງສອນ ແລະຄຳເທດສະໜາຂອງເຮົາ ກໍບໍ່ແມ່ນຄຳສະຫລຽວສະຫລາດ ອັນກ້ຽວກ່ອມໃຈດ້ວຍປັນຍາຂອງມະນຸດ, ແຕ່ແມ່ນຄຳຊຶ່ງໄດ້ສຳແດງພຣະວິນຍານ ແລະຣິດອຳນາດຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຄຳເວົ້າ ແລະ ຄຳເທດສະໜາຂອງເຮົາບໍ່ແມ່ນຖ້ອຍຄຳແຫ່ງສະຕິປັນຍາ ແລະ ຖ້ອຍຄຳແຫ່ງການເລົ້າໂລມໃຈ, ແຕ່ເປັນການສະແດງໃຫ້ເຫັນເຖິງລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ, Uka jalj uñjjattʼäta |
ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ.
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.