Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:1 - ພຣະຄຳພີສັກສິ

1 ເຖິງ​ແມ່ນ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື​ພາສາ​ຂອງ​ເທວະດາ​ກໍຕາມ, ແຕ່​ບໍ່ມີ​ຄວາມຮັກ ການ​ເວົ້າ​ຂອງເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ​ແລະ​ສຽງ​ແຊ່ງ​ທີ່​ດັງ​ອຶກກະທຶກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຖ້າຫາກ​ວ່າ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ເທວະດາ, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ເປັນ​ພຽງ​ຄ້ອງ ຫລື ແຊ່ງ​ທີ່​ກຳລັງ​ສົ່ງສຽງ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:1
22 Jak'a apnaqawi uñst'ayäwi  

ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບ​ຊິ່ງ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບແສ່ງ.


ຈອມ​ກະສັດ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກສູ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກສູ​ບໍ່ໄດ້​ເຮັດ​ສິ່ງ​ເຫຼົ່ານັ້ນ ແກ່​ຜູ້ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ພວກ​ນີ້ ພວກສູ​ກໍ​ບໍ່ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’


ແລະ​ໝາຍສຳຄັນ​ເຫຼົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງເຮົາ ພວກເຂົາ​ຈະ​ເວົ້າ​ພາສາ​ແປກໆ​ໄດ້,


ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.


ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ​ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ​ສາມາດ​ແປ​ພາສາ​ແປກໆ.


ຖ້າ​ຫູ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່ແມ່ນ​ຕາ ຂ້ອຍ​ຈຶ່ງ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ​ນັ້ນ.” ຫູ​ຈະ​ບໍ່ໄດ້​ເປັນ​ສ່ວນ​ໃດ​ໃນ​ອະໄວຍະວະ​ຂອງ​ຮ່າງກາຍ ເພາະ​ເຫດ​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່ໄດ້.


ພຣະເຈົ້າ​ຊົງ​ປະທານ​ໂດຍ​ທາງ​ພຣະວິນຍານ ໃຫ້​ຄົນ​ໜຶ່ງ​ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ວິຊາ​ຄວາມຮູ້, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.


ເຖິງ​ແມ່ນ​ການ​ປະກາດ​ພຣະທຳ​ກໍ​ຈະ​ຖືກ​ຍົກເລີກ ຫລື​ການ​ເວົ້າ​ພາສາ​ແປກໆ​ກໍ​ຈະ​ເຊົາ ແລະ​ວິຊາ​ຄວາມຮູ້​ກໍ​ຈະ​ຖືກ​ຍົກເລີກ​ເສຍ, ແຕ່​ຄວາມຮັກ​ຍັງ​ຈະ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ.


ເພາະວ່າ​ຜູ້​ເວົ້າ​ພາສາ​ແປກໆ ກໍ​ບໍ່ໄດ້​ເວົ້າ​ຕໍ່​ມະນຸດ, ແຕ່​ກ່າວ​ຕໍ່​ພຣະເຈົ້າ ແລະ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ໄດ້, ແຕ່​ຜູ້ນັ້ນ​ກຳລັງ​ກ່າວ​ຂໍ້​ລັບເລິກ​ໂດຍ​ພຣະວິນຍານ.


ພວກ​ທີ່​ເວົ້າ​ພາສາ​ແປກໆ ກໍ​ເສີມສ້າງ​ຕົນເອງ​ເທົ່ານັ້ນ ແຕ່​ຝ່າຍ​ຜູ້​ທີ່​ປະກາດ​ພຣະທຳ​ນັ້ນ ກໍ​ເຮັດ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ເຮົາ​ຢາກ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ​ໄດ້ ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ຢາກ​ໃຫ້​ພວກເຈົ້າ​ປະກາດ​ພຣະທຳ​ໄດ້. ດ້ວຍວ່າ, ຄົນ​ທີ່​ປະກາດ ກໍ​ມີ​ຄຸນຄ່າ​ຫລາຍກວ່າ​ຄົນ​ທີ່​ເວົ້າ​ພາສາ​ແປກໆ ເວັ້ນ​ໄວ້​ແຕ່​ມີ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່ນັ້ນ​ແປ​ພາສາ​ແປກໆ​ໄດ້ ເພື່ອ​ຄຣິສຕະຈັກ​ຈະ​ໄດ້​ຮັບ​ການ​ເສີມສ້າງ​ໃຫ້​ຈະເລີນ​ຂຶ້ນ.


ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.


ຄົນ​ນັ້ນ​ໄດ້ຍິນ​ສຽງ​ທີ່​ຈະ​ກ່າວ​ອອກ​ເປັນ​ຄຳ​ບໍ່ໄດ້ ແລະ​ເປັນ​ສິ່ງ​ທີ່​ຫ້າມ​ມະນຸດ​ບໍ່​ໃຫ້​ເປີດເຜີຍ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ ດັງ​ເໝືອນ​ສຽງ​ນໍ້າ​ໄຫລ​ແຮງ ແລະ​ເໝືອນ​ສຽງ​ຟ້າຮ້ອງ​ກ້ອງສະໜັ່ນ ສຽງ​ນັ້ນ​ເໝືອນ​ສຽງ​ພິນ​ທີ່​ພວກ​ນັກດົນຕຼີ​ກຳລັງ​ບັນເລງ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka