Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 12:3 - ພຣະຄຳພີສັກສິ

3 ເຫດສະນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ດອກ ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ຈະ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ດ່າ” ແລະ​ບໍ່ມີ​ຜູ້ໃດ​ດອກ​ອາດ​ເວົ້າ​ໄດ້​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ເວັ້ນ​ໄວ້​ແຕ່​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເຫດສະນັ້ນ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ກຳລັງ​ກ່າວ​ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຈະ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ສາບແຊ່ງ” ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ”, ນອກຈາກ​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 12:3
19 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລົງໂທດ​ສັດຕູ​ຢ່າງ​ນີ້​ເຖີດ ຄື​ພວກ​ທີ່​ເວົ້າ​ຊົ່ວຊ້າ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.


ພຣະອົງ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ ດ້ວຍເຫດໃດ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ດົນໃຈ​ດາວິດ​ໃຫ້​ເອີ້ນ​ພຣະຄຣິດ​ວ່າ ‘ພຣະອົງເຈົ້າ?’ ດາວິດ​ໄດ້​ເວົ້າ​ວ່າ,


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ເຂົາ​ເທາະ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ກະທຳ​ການ​ອັດສະຈັນ​ໃນ​ນາມ​ຂອງເຮົາ ແລະ​ພາຍ​ຫລັງ​ມາ​ຈະ​ກັບ​ມາ​ເວົ້າ​ໝິ່ນປະໝາດ​ເຮົາ.


ພວກເຈົ້າ​ເອີ້ນ​ເຮົາ​ວ່າ ພຣະອາຈານ ແລະ​ພຣະອົງເຈົ້າ ພວກເຈົ້າ​ເອີ້ນ​ຖືກຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ​ແທ້.


ດັ່ງນັ້ນ ຖ້າ​ເຮົາ​ຜູ້​ເປັນ​ພຣະອົງເຈົ້າ ແລະ​ພຣະອາຈານ​ໄດ້​ລ້າງ​ຕີນ​ໃຫ້​ພວກເຈົ້າ​ສັນໃດ ພວກເຈົ້າ​ກໍ​ຄວນ​ລ້າງ​ຕີນ​ໃຫ້​ກັນແລະກັນ​ສັນນັ້ນ.


“ແຕ່​ເມື່ອ​ອົງ​ພຣະຜູ້​ຊ່ວຍ ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະບິດາເຈົ້າ ມາ​ຫາ​ເຈົ້າ​ທັງຫລາຍ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ມາ​ຈາກ​ພຣະບິດາເຈົ້າ​ໄດ້​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນ​ແຫຼະ ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.


ຟີລິບ​ຈຶ່ງ​ຕອບ​ວ່າ, “ຖ້າ​ທ່ານ​ເຕັມໃຈ​ເຊື່ອ​ກໍ​ຮັບ​ໄດ້.” ເພິ່ນ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ ພຣະເຢຊູ​ຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”]


ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ.


ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.


ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.


ທີ່​ຈິງ​ແລ້ວ ພວກເຮົາ​ບໍ່ໄດ້​ຖື​ສິ່ງໃດ​ວ່າ​ເກີດ​ມາ​ຈາກ​ຄວາມ​ສາມາດ​ຂອງ​ພວກເຮົາ​ເອງ, ແຕ່​ຄວາມ​ສາມາດ​ທີ່​ພວກເຮົາ​ມີ​ນັ້ນ ແມ່ນ​ມາ​ຈາກ​ພຣະເຈົ້າ.


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ຢ່າ​ປ່ອຍ​ຊາກສົບ​ແຂວນ​ໄວ້​ຈົນ​ຮອດ​ກາງຄືນ. ໃຫ້​ຝັງ​ຊາກສົບ​ຂອງ​ຄົນ​ນີ້​ໃນ​ມື້​ນັ້ນ​ໂລດ ເພາະ​ຊາກສົບ​ຂອງ​ຄົນຕາຍ​ທີ່​ຖືກ​ແຂວນຄໍ​ກັບ​ເສົາ ນຳ​ຄວາມ​ສາບແຊ່ງ​ຂອງ​ພຣະເຈົ້າ​ມາ​ສູ່​ດິນແດນ. ຈົ່ງ​ຝັງ​ຊາກສົບ​ນັ້ນ​ສາ ເພື່ອ​ບໍ່​ເປັນ​ການ​ນຳ​ການ​ສາບແຊ່ງ​ມາ​ສູ່​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້.”


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka