Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 11:2 - ພຣະຄຳພີສັກສິ

2 ເຮົາ​ຊົມເຊີຍ​ເຈົ້າ​ທັງຫລາຍ ເພາະ​ພວກເຈົ້າ​ລະນຶກເຖິງ​ເຮົາ​ໃນ​ທຸກສິ່ງ ແລະ​ຖື​ຮັກສາ​ຂໍ້ຄວາມ​ທີ່​ສືບ​ມາ​ນັ້ນ ຊຶ່ງ​ເຮົາ​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຂໍ​ຊົມເຊີຍ​ພວກເຈົ້າ​ທັງຫລາຍ​ທີ່​ລະນຶກ​ເຖິງ​ເຮົາ​ໃນ​ທຸກສິ່ງ ແລະ ຢຶດຖື​ທຳນຽມ​ຕ່າງໆ​ຕາມ​ທີ່​ເຮົາ​ໄດ້​ຖ່າຍທອດ​ທຳນຽມ​ເຫລົ່ານັ້ນ​ໃຫ້​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 11:2
12 Jak'a apnaqawi uñst'ayäwi  

ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ໃນ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້ ເຮົາ​ບໍ່ໄດ້​ຊົມເຊີຍ​ພວກເຈົ້າ​ດອກ ເພາະ​ການ​ມາ​ປະຊຸມ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ຈະເລີນ​ຂຶ້ນ ແຕ່​ໃຫ້​ຜົນ​ຮ້າຍ.


ພວກເຈົ້າ​ບໍ່ມີ​ເຮືອນ​ຂອງ​ພວກເຈົ້າ​ເອງ ເພື່ອ​ໃຊ້​ເປັນ​ບ່ອນ​ກິນ​ແລະ​ດື່ມ​ບໍ? ຫລື​ພວກເຈົ້າ​ຢາກ​ດູໝິ່ນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ແລະ​ດູຖູກ​ຄົນ​ທີ່​ຂັດສົນ​ຊັ້ນບໍ? ກ່ຽວກັບ​ເລື່ອງ​ນີ້ ຢາກ​ໃຫ້​ເຮົາ​ເວົ້າ​ຕໍ່​ພວກເຈົ້າ​ຢ່າງ​ໃດ? ໃນ​ການ​ນີ້ ເຮົາ​ບໍ່​ຊົມເຊີຍ​ພວກເຈົ້າ​ດອກ.


ແລະ​ຊຶ່ງ​ເປັນ​ເຫດ​ທີ່​ກຳລັງ​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ພົ້ນ ຖ້າ​ພວກເຈົ້າ​ຍັງ​ຢຶດຖື​ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ນັ້ນ, ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຫາກ​ເຊື່ອ​ຢ່າງ​ບໍ່​ຈິງໃຈ.


ເພາະ​ດ້ວຍເຫດນີ້ ເຮົາ​ຈຶ່ງ​ໄດ້​ໃຊ້​ຕີໂມທຽວ ລູກ​ທີ່ຮັກ​ຂອງເຮົາ ຜູ້​ເປັນ​ຄົນ​ສັດຊື່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ຊ່ວຍ​ເຕືອນ​ພວກເຈົ້າ ເຖິງ​ຫລັກ​ການ​ດຳເນີນ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ ຕາມ​ທີ່​ເຮົາ​ເຄີຍ​ສັ່ງສອນ​ໃນ​ຄຣິສຕະຈັກ​ຕ່າງໆ.


ແຕ່​ຂໍ​ໃຫ້​ທຸກຄົນ​ຈົ່ງ​ດຳເນີນ​ຊີວິດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຕົນ ແລະ​ຕາມ​ທີ່​ຕົນ​ເປັນ​ຢູ່ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ນັ້ນ ນີ້​ແຫຼະ ຄື​ລະບຽບ​ທີ່​ເຮົາ​ວາງ​ໄວ້​ໃຫ້​ຄຣິສຕະຈັກ​ທຸກ​ແຫ່ງ,


ພວກເຈົ້າ​ໄດ້​ເອົາ​ແບບຢ່າງ​ຂອງ​ພວກເຮົາ ພ້ອມ​ທັງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທົນ​ທຸກຢ່າງ​ໜັກໜ່ວງ​ກໍຕາມ ພວກເຈົ້າ​ກໍ​ຮັບ​ເອົາ​ພຣະຄຳ​ນັ້ນ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມາ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ.


ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່ ແລະ​ຢຶດຖື​ເອົາ​ຄຳສອນ​ທີ່​ສືບ​ມາ ຊຶ່ງ​ພວກເຮົາ​ໄດ້​ສອນ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຈະ​ເປັນ​ທາງ​ວາຈາ ຫລື​ທາງ​ຈົດໝາຍ​ຂອງ​ພວກເຮົາ​ກໍດີ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka