Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 10:4 - ພຣະຄຳພີສັກສິ

4 ແລະ​ໄດ້​ດື່ມ​ນໍ້າ​ທິບ​ຢ່າງ​ດຽວກັນ. ດ້ວຍວ່າ, ພວກເພິ່ນ​ໄດ້​ດື່ມ​ນໍ້າ​ທີ່​ໄຫລ​ອອກ​ມາ​ຈາກ​ສີລາ​ສັກສິດ​ທີ່​ຕາມ​ພວກເພິ່ນ​ໄປ ສີລາ​ສັກສິດ​ນັ້ນ ກໍ​ຄື​ພຣະຄຣິດ​ນັ້ນ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລະ ໄດ້​ດື່ມນໍ້າ​ທິບ​ຝ່າຍ​ວິນຍານ​ຄືກັນ, ພວກເພິ່ນ​ໄດ້​ດື່ມນ້ຳ​ຈາກ​ສີລາ​ຝ່າຍ​ວິນຍານ​ທີ່​ຮ່ວມ​ເດີນທາງ​ມາ​ກັບ​ພວກເພິ່ນ ແລະ ສີລາ​ນັ້ນ​ກໍ​ຄື​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 10:4
23 Jak'a apnaqawi uñst'ayäwi  

ໂຢເຊັບ​ເວົ້າ​ວ່າ, “ຄວາມຝັນ​ຂອງທ່ານ​ມີ​ຄວາມໝາຍ​ດັ່ງນີ້: ສາມ​ງ່າ​ນັ້ນ​ໝາຍເຖິງ​ສາມ​ວັນ.


ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ນັ້ນ​ໝາຍເຖິງ​ເຈັດ​ປີ ແລະ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ນັ້ນ​ກໍ​ໝາຍເຖິງ​ເຈັດ​ປີ​ເຊັ່ນກັນ; ທັງສອງ​ຢ່າງ​ມີ​ຄວາມໝາຍ​ແບບ​ດຽວກັນ.


ພຣະອົງ​ໄດ້​ແຍກ​ຫີນ ແລະ​ນໍ້າ​ໄດ້​ໄຫລພຸ້ງ​ອອກ​ມາ ມັນ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ເໝືອນ​ດັ່ງ​ແມ່ນໍ້າ.


ພຣະອົງ​ໄດ້​ຜ່າ​ໂງ່ນຫີນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ກ້ອນຫີນ ກາຍເປັນ​ລຳທານ​ເລິກ​ມາ​ໃຫ້​ພວກເຂົາ​ໄດ້​ດື່ມ.


ເປັນ​ຄວາມຈິງ​ແທ້​ທີ່​ພຣະອົງ​ໄດ້​ຕີ​ໂງ່ນຫີນ ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ເປັນ​ດັ່ງ​ກະແສ​ນໍ້າ ແຕ່​ພຣະອົງ​ຍັງ​ຈະ​ສາມາດ​ເອົາ​ເຂົ້າຈີ່​ໃຫ້​ພວກເຮົາ​ໄດ້​ບໍ? ແລະ​ເອົາ​ຊີ້ນ​ໃຫ້​ປະຊາຊົນ​ກິນ​ໄດ້​ຫລື​ບໍ່?”


ເຮົາ​ຈະ​ຢືນ​ຢູ່​ຂ້າງ​ໜ້າ​ເຈົ້າ​ເທິງ​ຫີນດານ​ທີ່​ພູເຂົາ​ໂຮເຣັບ. ຈົ່ງ​ໃຊ້​ໄມ້​ເທົ້າ​ຂອງ​ເຈົ້າ​ຕີ​ໂງ່ນຫີນ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ​ໃຫ້​ປະຊາຊົນ​ດື່ມ.” ໂມເຊ​ຈຶ່ງ​ປະຕິບັດ​ຕາມ​ທີ່​ໄດ້​ບອກ​ນັ້ນ ຢູ່​ທ່າມກາງ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ອິດສະຣາເອນ.


ແມ່ນແຕ່​ຝູງ​ສັດປ່າ​ຕ່າງ​ກໍ​ຈະ​ໃຫ້ກຽດ​ເຮົາ ໝາປ່າ ແລະ​ນົກເຄົ້າ​ກໍ​ຈະ​ສັນລະເສີນ​ເຮົາ​ດ້ວຍ ເມື່ອ​ມີ​ລຳນໍ້າ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ໃຫ້​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກສັນ​ມີ​ນໍ້າກິນ​ນໍ້າ​ໃຊ້.


ເມື່ອ​ພຣະອົງ​ໄດ້ນຳ​ປະຊາຊົນ​ຂອງ​ພຣະອົງ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ອົບເອົ້າ ພວກເຂົາ​ກໍ​ບໍ່ໄດ້​ທົນທຸກ​ເນື່ອງ​ຈາກ​ຂາດ​ນໍ້າ​ກິນ ພຣະອົງ​ໃຫ້​ນໍ້າ​ອອກ​ຈາກ​ໂງ່ນຫີນ​ເພື່ອ​ໄດ້​ດື່ມ. ພຣະອົງ​ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຍະ​ອອກ​ຈາກ​ກັນ ແລະ​ນໍ້າ​ກໍ​ຫລັ່ງໄຫລ​ອອກ​ມາ​ຢ່າງ​ເຫລືອລົ້ນ.


ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຜູ້ປົກຄອງ​ຄົນ​ຕະຫລອດ​ທັງ​ສັດ ແລະ​ນົກ​ທັງປວງ​ທີ່​ອາໄສ​ຢູ່​ໃນ​ໂລກ. ຫົວ​ຄຳ​ນັ້ນ​ແມ່ນ​ທ່ານເອງ.


ເພິ່ນ​ບອກ​ວ່າ, “ສັດ​ໃຫຍ່​ສີ່​ໂຕ​ເຫຼົ່ານີ້ ແມ່ນ​ອານາຈັກ​ທັງ​ສີ່ ທີ່​ຈະ​ເກີດຂຶ້ນ​ໃນ​ແຜ່ນດິນ​ໂລກ.


ແລ້ວ​ໂມເຊ​ກໍ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ຕີ​ໂງ່ນຫີນ​ສອງ​ເທື່ອ ແລະ​ນໍ້າ​ກໍ​ໄຫລ​ທະລຸ​ອອກ​ມາ​ຢ່າງ​ຫລວງຫລາຍ ແລ້ວ​ທັງ​ຄົນ​ແລະ​ຝູງສັດ​ທັງປວງ​ກໍ​ພາກັນ​ດື່ມ.


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ໃນ​ວັນ​ສຸດທ້າຍ ຊຶ່ງ​ເປັນ​ວັນ​ສຳຄັນ​ຂອງ​ເທດສະການ ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ຮ້ອງ​ດັງໆ​ວ່າ, “ຖ້າ​ຜູ້ໃດ​ຫິວນໍ້າ​ໃຫ້​ມາ​ຫາ​ເຮົາ​ແລະ​ດື່ມ.”


ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ.


ຂ້າພະເຈົ້າ​ໄດ້​ເອົາ​ສິ່ງ​ອັນ​ເປັນ​ບາບ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ ຄື​ຮູບ​ງົວ​ທີ່​ເປັນ​ໂລຫະ​ນັ້ນ ໂຍນ​ໃສ່​ໄຟ. ແລ້ວ​ຂ້າພະເຈົ້າ​ໄດ້​ທັບ​ເປັນ​ປ່ຽງໆ ບົດ​ໃຫ້​ໝຸ່ນ ແລະ​ເທ​ໃສ່​ນໍ້າ​ທີ່​ໄຫລ​ລົງ​ມາ​ຈາກ​ພູເຂົາ.


ສິ່ງ​ເຫຼົ່ານັ້ນ ເປັນ​ພຽງແຕ່​ເງົາ​ຂອງ​ເຫດການ​ໃນ​ອະນາຄົດ ແຕ່​ຕົວຈິງ​ນັ້ນ​ແມ່ນ​ພຣະຄຣິດ.


ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka