2 ພວກເພິ່ນໄດ້ຮັບບັບຕິສະມາໃນເມກ ແລະໃນທະເລຮ່ວມກັບໂມເຊທຸກຄົນ.
2 ພວກເພິ່ນທຸກຄົນໄດ້ຮັບບັບຕິສະມາເຂົ້າສ່ວນໃນໂມເຊ ໃນເມກ ແລະ ໃນທະເລ.
ເມື່ອຊາວອິດສະຣາເອນໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ ຊຶ່ງພຣະເຈົ້າຢາເວໄດ້ໄຊຊະນະຊາວເອຢິບເຊັ່ນນີ້ ພວກເຂົາຈຶ່ງຢ້ານຢຳພຣະເຈົ້າຢາເວ; ພວກເຂົາຕ່າງກໍມີຄວາມເຊື່ອໃນພຣະເຈົ້າຢາເວ ແລະໃນໂມເຊຜູ້ຮັບໃຊ້ຂອງພຣະອົງດ້ວຍ.
ພວກເຂົາໄດ້ສາລະພາບບາບກຳຂອງຕົນ ແລະ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າຈໍແດນ.
ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຮົາທຸກຄົນໄດ້ຮັບບັບຕິສະມາຮ່ວມເຂົ້າໃນພຣະເຢຊູຄຣິດເຈົ້ານັ້ນ ພວກເຮົາກໍໄດ້ຮັບບັບຕິສະມາຮ່ວມເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ.
ເພາະວ່າ ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະອົງ.