Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 10:1 - ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮັບຮູ້​ຄວາມຈິງ​ທີ່​ວ່າ​ບັນພະບຸລຸດ​ຂອງ​ພວກເຮົາ​ທຸກຄົນ​ນັ້ນ​ໄດ້​ຢູ່​ພາຍໃຕ້​ເມກ ແລະ ພວກເພິ່ນ​ໄດ້​ຜ່ານ​ທະເລ​ໄປ​ທຸກຄົນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 10:1
29 Jak'a apnaqawi uñst'ayäwi  

ແຕ່​ພຣະອົງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມ​ເມດຕາ​ຂອງ​ພຣະອົງ​ຍິ່ງໃຫຍ່. ພຣະອົງ​ບໍ່ໄດ້​ເອົາ​ເສົາເມກ​ກັບ​ເສົາໄຟ ທີ່​ເຍືອງທາງ​ທັງເວັນ ແລະ​ຄືນ​ໜີໄປ​ຈາກ​ພວກເພິ່ນ.


ພຣະອົງ​ໄດ້​ໃຊ້​ເມກ​ປົກບັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ໄຟ​ເພື່ອ​ເປັນ​ແສງ​ສະຫວ່າງ​ໃນ​ເວລາ​ກາງຄືນ.


ພຣະອົງ​ໄດ້​ປ່ຽນ​ທະເລ​ເລິກ​ໃຫ້​ເປັນ​ດິນແຫ້ງ​ໄປ ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ໄດ້​ຍ່າງ​ຂ້າມ​ນໍ້າ​ນັ້ນ ຢູ່​ທີ່​ນັ້ນ​ພວກເພິ່ນ​ຕ່າງ​ກໍ​ຊົມຊື່ນ​ຍິນດີ ເພາະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.


ພຣະອົງ​ໄດ້​ນຳພາ​ພວກເຂົາ​ໄປ​ຢ່າງ​ປອດໄພ ພວກເຂົາ​ຈຶ່ງ​ບໍ່​ຢ້ານກົວ, ແຕ່​ນໍ້າ​ທະເລ​ໄດ້​ໄຫລ​ຖ້ວມ​ສັດຕູ​ຂອງ​ພວກເຂົາ.


ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ຍ່າງ​ໄປ​ເທິງ​ພື້ນດິນ​ແຫ້ງ​ຢ່າງ​ປອດໄພ​ຄື: ບ່ອນ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ດັ່ງ​ກຳແພງ.


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ພວກເຂົາ​ກໍ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ແກ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຄົນ​ພວກ​ນັ້ນ​ໄດ້ຍິນ​ແລ້ວ​ວ່າ​ພຣະອົງ​ຄື​ພຣະເຈົ້າຢາເວ ສະຖິດ​ຢູ່​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ປາກົດ​ໜ້າ​ຕໍ່​ໜ້າ​ໃຫ້​ພວກ​ຂ້ານ້ອຍ​ເຫັນ, ແລະ​ເປັນ​ເສົາເມກ​ຊຶ່ງ​ຢຸດ​ຢູ່​ເທິງ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ຍັງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ໄປ ເປັນ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ເປັນ​ເສົາໄຟ​ໃນ​ເວລາ​ກາງຄືນ.


ພວກເຂົາ​ໄດ້​ເດີນທາງ​ຈາກ​ປີ-ຮາຮີໂຣດ ແລະ​ໄດ້​ຜ່ານ​ທະເລແດງ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊູເຣ; ຫລັງຈາກ​ເດີນທາງ​ໄດ້​ສາມ​ວັນ​ແລ້ວ ພວກເຂົາ​ໄດ້​ມາ​ຕັ້ງ​ຄ້າຍພັກ​ທີ່​ມາຣາ.


ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ນະມັດສະການ​ພຣະເຈົ້າ​ເທິງ​ພູ​ໜ່ວຍ​ນີ້, ແຕ່​ພວກທ່ານ​ວ່າ ສະຖານທີ່​ຄວນ​ນະມັດສະການ ກໍ​ຄື​ນະຄອນ​ເຢຣູຊາເລັມ.”


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.


ເພາະວ່າ ຖ້າ​ພຣະເຈົ້າ​ບໍ່ໄດ້​ຍົກເວັ້ນ​ຄົນ​ຢິວ ຜູ້​ທີ່​ເປັນ​ດັ່ງ​ກິ່ງກ້ານ​ເດີມ​ນັ້ນ, ບາງທີ​ພຣະອົງ​ກໍ​ຈະ​ບໍ່​ຍົກເວັ້ນ​ເຈົ້າ​ເໝືອນກັນ.


ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ໝາຍສຳຄັນ ຄື​ເປັນ​ກາປະທັບ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ຂອງ​ປະທານ ຊຶ່ງ​ມາ​ຈາກ​ພຣະວິນຍານ​ນັ້ນ.


ແຕ່​ຖ້າ​ຜູ້ໃດ​ບໍ່​ຍອມ​ຮັບ​ຮູ້​ຂໍ້​ຄວາມ​ນີ້ ກໍ​ບໍ່​ຕ້ອງ​ຮັບ​ຮູ້​ຜູ້ນັ້ນ​ເໝືອນກັນ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ອອກ​ນຳ​ໜ້າ​ພວກເຈົ້າ​ກ່ອນ​ໃນ​ການ​ເດີນທາງ​ຂອງ​ພວກເຈົ້າ ເພື່ອ​ຊອກ​ຫາ​ທີ່​ຕັ້ງ​ຄ້າຍພັກ​ໃຫ້​ພວກເຈົ້າ ແລະ​ເພື່ອ​ຊີ້​ທາງ​ເດີນ​ໃຫ້​ພວກເຈົ້າ, ຕອນ​ກາງຄືນ​ພຣະອົງ​ໃຫ້​ມີ​ເສົາໄຟ ແລະ​ຕອນ​ກາງເວັນ​ພຣະອົງ​ໃຫ້​ມີ​ເສົາເມກ.”


ເພາະ​ຊາວ​ອິດສະຣາເອນ​ມີ​ຄວາມເຊື່ອ​ແບບ​ນີ້ ພວກເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ ຍ່າງ​ເທິງ​ດິນ​ແຫ້ງ, ແຕ່​ເມື່ອ​ຊາວ​ເອຢິບ​ລອງ​ຂ້າມ​ເບິ່ງ ນໍ້າ​ກໍ​ຖ້ວມ​ພວກເຂົາ ແລະ​ຈົມ​ນໍ້າ​ຕາຍ​ໝົດ.


ໃຫ້​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ແມ່ນໍ້າ​ຈໍແດນ​ແຫ້ງ​ສຳລັບ​ພວກເຈົ້າ ຈົນກວ່າ​ພວກເຈົ້າ​ທຸກໆ​ຄົນ​ຂ້າມ​ໄປ​ໄດ້​ໝົດ ເໝືອນດັ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ນໍ້າ​ທະເລແດງ​ແຫ້ງ​ລົງ​ສຳລັບ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka