Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:8 - ພຣະຄຳພີສັກສິ

8 ພຣະອົງ​ຈະ​ໂຜດ​ຊ່ວຍ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ນັ້ນ ພວກເຈົ້າ​ຈະ​ບໍ່​ຖືກ​ຕຳໜິ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:8
29 Jak'a apnaqawi uñst'ayäwi  

ເພາະ​ພຣະອົງ​ໄດ້​ໃຫ້​ກຳລັງ​ຂອງ​ຄົນຊົ່ວຮ້າຍ​ເສຍໄປ ແຕ່​ພຣະເຈົ້າຢາເວ​ຄຸ້ມຄອງ​ຄົນ​ຊອບທຳ​ໄວ້.


ສຳລັບ​ພຣະເຈົ້າຢາເວ​ພຣະອົງ​ຮັກ​ຄວາມ​ເປັນທຳ ແລະ​ບໍ່​ປ່ອຍປະ​ລະເລີຍ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ. ພຣະອົງ​ຄຸ້ມຄອງ​ເຂົາເຈົ້າ​ຕະຫລອດໄປ ແຕ່​ເຊື້ອສາຍ​ຂອງ​ຄົນຊົ່ວ​ຈະ​ຖືກ​ໄລ່​ໃຫ້​ໜີໄປ​ສິ້ນ.


ດ້ວຍວ່າ, ວັນ​ທີ່​ບຸດ​ມະນຸດ​ມາ​ປາກົດ​ນັ້ນ ຈະ​ເປັນ​ດັ່ງ​ຟ້າ​ແມບເຫຼື້ອມ ທີ່​ສົ່ງ​ແສງ​ຈາກ​ຂອບຟ້າ​ເບື້ອງ​ໜຶ່ງ ສູ່​ຂອບຟ້າ​ອີກ​ເບື້ອງ​ໜຶ່ງ.


ໃນ​ວັນ​ທີ່​ບຸດ​ມະນຸດ​ມາ​ປາກົດ ກໍ​ຈະ​ເປັນ​ດັ່ງນັ້ນແຫລະ.”


ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ? ຄົນ​ຮັບໃຊ້​ນັ້ນ​ຈະ​ສຳເລັດ ຫລື​ຫລົ້ມເຫລວ ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ລາວ, ລາວ​ຈະ​ຕັ້ງໝັ້ນ​ຢູ່​ໄດ້ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ລາວ​ຕັ້ງໝັ້ນ​ຢູ່​ໄດ້​ແນ່ນອນ.


ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.


ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ການງານ​ຂອງ​ແຕ່ລະຄົນ ກໍ​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ​ໃນ​ວັນ​ນັ້ນ. ດ້ວຍວ່າ, ໃນ​ວັນ​ນັ້ນ ໄຟ​ຈະ​ເປີດເຜີຍ​ການງານ​ຂອງ​ທຸກຄົນ ໄຟ​ນັ້ນ​ຈະ​ທົດລອງ​ເບິ່ງ​ວ່າ ການງານ​ຂອງ​ທຸກຄົນ​ເປັນ​ຢ່າງ​ໃດ.


ພວກເຈົ້າ​ຈົ່ງ​ມອບ​ຊາຍ​ຄົນ​ນີ້​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອກາຍ ເພື່ອ​ໃຫ້​ຈິດ​ວິນຍານ​ຂອງ​ລາວ​ໄດ້​ພົ້ນ ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ພວກເຮົາ​ບໍ່ໄດ້​ຂຽນ​ຫາ​ພວກເຈົ້າ​ເຖິງ​ເລື່ອງ​ອື່ນ ນອກຈາກ​ເລື່ອງ​ທີ່​ພວກເຈົ້າ​ສາມາດ​ອ່ານ​ແລະ​ເຂົ້າໃຈ​ໄດ້ ເຮົາ​ຫວັງ​ວ່າ​ພວກເຈົ້າ​ຄົງ​ຈະ​ເຂົ້າໃຈ​ຢ່າງ​ຖ້ວນຖີ່.


ຊຶ່ງ​ໃນ​ເວລາ​ນີ້ ພວກເຈົ້າ​ກໍ​ເຂົ້າໃຈ​ບາງສ່ວນ​ແລ້ວ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູເຈົ້າ​ນັ້ນ ພວກເຈົ້າ​ຈະ​ມີ​ຄວາມ​ພາກພູມ​ໃຈ​ໃນ​ພວກເຮົາ ເໝືອນ​ດັ່ງ​ທີ່​ພວກເຮົາ​ຈະ​ມີ​ຄວາມ​ເອກອ້າງ​ທະນົງໃຈ​ໃນ​ພວກເຈົ້າ​ເໝືອນກັນ.


ຜູ້​ຊຶ່ງ​ໃຫ້​ພວກເຮົາ​ກັບ​ເຈົ້າ​ທັງຫລາຍ​ຕັ້ງໝັ້ນ​ໃນ​ພຣະຄຣິດ ແລະ​ໄດ້​ຫົດສົງ​ພວກເຮົາ​ໄວ້​ນັ້ນ​ຄື​ພຣະເຈົ້າ.


ເພື່ອ​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄຣິສຕະຈັກ​ສຳລັບ​ພຣະອົງ​ເອງ ຄື​ຄຣິສຕະຈັກ​ທີ່​ມີ​ສະຫງ່າຣາສີ ບໍ່ມີ​ຈຸດ​ດ່າງພອຍ ຫລື​ຮອຍ​ຫ່ຽວແຫ້ງ ແລະ​ສິ່ງ​ອື່ນໆ​ໃນ​ທຳນອງ​ນັ້ນ ເພື່ອ​ຄຣິສຕະຈັກ​ຈະ​ບໍຣິສຸດ​ບໍ່ມີ​ຕຳໜິ.


ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.


ເຮົາ​ແນ່ໃຈ​ວ່າ ພຣະອົງ​ຜູ້​ຊົງ​ຕັ້ງຕົ້ນ​ການ​ດີ​ໄວ້​ໃນ​ພວກເຈົ້າ​ແລ້ວ ຈະ​ຊົງ​ກະທຳ​ໃຫ້​ສຳເລັດ ຈົນເຖິງ​ວັນ​ແຫ່ງ​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ບັດນີ້ ໂດຍ​ຄວາມ​ຕາຍ​ທາງ​ດ້ານ​ຮ່າງກາຍ ຄື​ເນື້ອໜັງ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມິດ​ກັບ​ພຣະອົງ ເພື່ອ​ໃຫ້​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ມີ​ທີ່​ຕິຕຽນ​ຢູ່​ຊ້ອງໜ້າ​ພຣະອົງ.


ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ເພາະ​ພວກເຈົ້າ​ເອງ​ກໍ​ຮູ້ຈັກ​ດີ​ແລ້ວ​ວ່າ ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ ເໝືອນ​ດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ປັ່ນປ່ວນ​ໂດຍ​ງ່າຍ ຫລື​ສະທ້ານ​ຕົກໃຈ ບໍ່​ວ່າ​ຈະ​ມາ​ດ້ວຍ​ທາງ​ວິນຍານ ຫລື​ມາ​ທາງ​ຄຳ​ເວົ້າ ຫລື​ທາງ​ຈົດໝາຍ​ທີ່​ອ້າງ​ວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງ​ວ່າ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ແລ້ວ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສັດຊື່ ພຣະອົງ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ ທັງ​ຈະ​ຮັກສາ​ພວກເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ​ດ້ວຍ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ປະທານ​ພຣະ​ເມດຕາ​ແກ່​ເພິ່ນ​ໃນ​ວັນ​ນັ້ນ​ດ້ວຍ​ເທີ້ນ ຝ່າຍ​ເຈົ້າ​ກໍ​ຮູ້​ດີ​ວ່າ ເພິ່ນ​ໄດ້​ບົວລະບັດ​ເຮົາ​ຫລາຍ​ປານໃດ ເມື່ອ​ເຮົາ​ຢູ່​ທີ່​ເມືອງ​ເອເຟໂຊ​ນັ້ນ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka