1 ໂກຣິນໂທ 1:6 - ພຣະຄຳພີສັກສິ6 ດ້ວຍຄຳພະຍານເລື່ອງພຣະຄຣິດ ໄດ້ເປັນທີ່ຍອມຮັບຢ່າງໝັ້ນຄົງໃນທ່າມກາງພວກເຈົ້າແລ້ວ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ດັ່ງນັ້ນພຣະເຈົ້າຈຶ່ງຢືນຢັນຄຳພະຍານຂອງພວກເຮົາກ່ຽວກັບພຣະຄຣິດເຈົ້າໃນທ່າມກາງພວກເຈົ້າ. Uka jalj uñjjattʼäta |
ເມື່ອພວກເຂົານັດວັນພົບກັບໂປໂລ, ຄົນຈຳນວນຫລາຍກວ່າເກົ່າໄດ້ມາຫາທີ່ບ່ອນພັກຂອງເພິ່ນ, ເພິ່ນຈຶ່ງກ່າວອະທິບາຍແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄໍ່າ ເປັນພະຍານເຖິງຣາຊອານາຈັກຂອງພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອໃນພຣະເຢຊູເຈົ້າ ໂດຍໃຊ້ຂໍ້ຄວາມຈາກກົດບັນຍັດຂອງໂມເຊ ແລະຈາກບັນດາຜູ້ທຳນວາຍເປັນຫລັກ.
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”